ວັນທີ 26 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຍ້ອງຍໍຜົນສຳເລັດ ແລະ ມອບເງິນອັດສີດໃຫ້ທັບນັກກິລາກະຊວງປ້ອງກັນປະເທດ ໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບຊີ້ນຳກິລາ, ຄະນະພັກ-ຄະນະບັນຊາອົງການ, ກົມກອງ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮວ່ມ.

ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຜົນສຳເລັດໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຄັ້ງນີ້ໄດ້ກຳນົດ ເອົາ 33 ປະເພດກິລາ ເຂົ້າຮ່ວມການແຂ່ງຂັນ. ສໍາລັບກະຊວງປ້ອງກັນປະເທດ ໄດ້ສົ່ງຄະນະຊີ້ນຳ, ຜູ້ຈັດການທີມ, ຄູເຝິກ, ນັກກິລາ, ອະນຸກຳມະການຕ່າງໆ ຈໍານວນທັງໝົດ 449 ສະຫາຍ ມີ 22 ປະເພດກິລາ ຄື: ບານເຕະຊາຍ, ກະຕໍ້-ຊີນລອນ (ຊາຍ-ຍິງ), ແລ່ນ-ລານ (ຊາຍ-ຍິງ), ຍິງປືນສາກົນ ສັ້ນ-ຍາວ (ຊາຍ-ຍິງ), ບານສົ່ງໃນຮົ່ມ (ຊາຍ-ຍິງ), ບານສົ່ງຫາດຊາຍ (ຊາຍ-ຍິງ), ມວຍສາກົນ (ຊາຍ-ຍິງ), ມວຍຢູໂດ (ຊາຍ-ຍິງ), ມວຍເທັກກວັນໂດ (ຊາຍ-ຍິງ), ມວຍວູຊູ (ຊາຍ-ຍິງ), ມວຍຄາຣາເຕໂດ (ຊາຍ-ຍິງ), ມວຍປັນຈັກຊີລັດ (ຊາຍ-ຍິງ), ມວຍປໍ້າ (ຊາຍ-ຍິງ), ມວຍລາຍລາວ (ຊາຍ-ຍິງ), ກ໋ອບຊາຍ, ເປຕັງ (ຊາຍ-ຍິງ), ດຶງເຊືອກ (ຊາຍ-ຍິງ), ສະນຸກເກີ້ (ຊາຍ), ຍິງທະນຸ (ຊາຍ-ຍິງ), ໝາກຂ່າງ (ຊາຍບຍິງ), ໝາກແລ້ (ຊາຍ-ຍິງ), ອິສະປ໋ອດ (ຊາຍ-ຍິງ). ຜົນງານທີ່ທັບນັກກິລາກະຊວງປ້ອງກັນປະເທດ ຍາດມາໄດ້ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີ ຫຼຽນຄໍາ: 68 ຫຼຽນ, ຫຼຽນເງິນ: 44 ຫຼຽນ, ຫຼຽນທອງ: 57 ຫຼຽນ ລວມທັງໝົດ 169 ຫຼຽນ ຢູ່ອັນດັບທີ 2 ຂອງຕາຕະລາງຫຼຽນລາງວັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII.
ຈາກນັ້ນ, ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ເພື່ອຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບ ແລະ ຄະນະນັກກິລາທີ່ເຂົ້າຮ່ວມການເເຂ່ງຂັນງານມະຫາກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025, ເຊິ່ງໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ ສໍາເລັດຕາມແຜນການ. ກະຊວງປ້ອງກັນປະເທດ ຕົກລົງ: ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ ກອງກິລາກອງທັບ, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ບຸກຄົນ 263 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທຈຳນວນ 53 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 40 ສະຫາຍ, ພ້ອມນັ້ນ ກໍໄດ້ຍ້ອງຍໍຜົນງານ ໃຫ້ແກ່ຄະນະນັກກິລາທີ່ເຂົ້າຮ່ວມແຂ່ງຂັນກິລາຍິງປືນທາງດ້ານຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 33 ປີ 2025 ທີ່ ປະເທດສິງກະໂປ. ກະຊວງປ້ອງກັນປະເທດ ຕົກລົງ: ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ຈໍານວນ 16 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 21 ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບຈຳນວນ 10 ສະຫາຍ. ພ້ອມນີ້, ຍັງໄດ້ມອບເງິນອັດສີດຫຼຽນລາງວັນໃຫ້ທັບນັກກິລາກະຊວງປ້ອງກັນປະເທດ 20 ປະເພດກິລາ ຈໍານວນ 5.600.000.000 ກີບ (ຫ້າຕື້ຫົກຮ້ອຍລ້ານກີບ) ແລະ 68 ສະຫາຍທີ່ບໍ່ໄດ້ຮັບຫຼຽນລາງວັນ ຈຳນວນ 102.000.000 ກີບ (ໜຶ່ງຮ້ອຍສອງລ້ານກີບ) ແລະ ເງິນອັດສີດຫຼຽນລາງວັນກິລາຍິງປືນທາງດ້ານຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 33 ຈໍານວນ 56.000.000 ກີບ (ຫ້າສິບຫົກລ້ານກີບ).
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຊົມເຊີຍຜົນສໍາເລັດຂອງການປະກອບສ່ວນສ້າງຜົນງານໃຫ້ກະຊວງປ້ອງກັນປະເທດ ຕໍ່ ຄະນະຊີ້ນຳ, ຄະນະພັກ-ຄະນະບັນຊາ, ຄູເຝິກ ແລະ ນັກກິລາທັງໝົດ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າໃນການແຂ່ງຂັນສາມາດຍາດໄດ້ຜົນງານຕາມຄາດໝາຍ ແລະ ອວຍພອນໃຫ້ ບັນດາຄະນະນັກກິລາທຸກພາກສ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ປັບປຸງຫັດແອບ ແລະ ຮັກສາມູນເຊື້ອຜົນງານທີ່ຍາດມາໄດ້ໃນຄັ້ງນີ້ ເພື່ອສືບຕໍ່ພັດທະນາກິລາກອງທັບ ກ້າວໄປສູ່ນັກກິລາທີມຊາດ ໄປແຂ່ງຂັນໃນລະດັບສາກົນ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ.