Home ຂ່າວກິລາ ຜົນການຈັບສະຫລາກການແຂ່ງຂັນກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ໃນມະຫະກຳກິລາແຫ່ຊາດ ຄັ້ງທີ 12

ຜົນການຈັບສະຫລາກການແຂ່ງຂັນກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ໃນມະຫະກຳກິລາແຫ່ຊາດ ຄັ້ງທີ 12

0

ການແຂ່ງຂັນກິລາບານສົ່ງໃນຮົ່ມ ແລະ ຫາດຊາຍແຂ່ງຂັນ ລະຫວ່າງ ວັນທີ 14-24 ພະຈິກ 2025 ທີ່ສະໜາມກິລາກະຊວງປ້ອງກັນປະ ເທດ (ຫລັກ5). ບານສົ່ງໃນຮົ່ມທີມຊາຍ ມີ 10 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ສາຍຄື ສາຍ ກ ແລະ ສາຍ ຂ ແຂ່ງຂັນພົບກັນໝົດ ເພື່ອເລືອກເອົາທີ 1-2 ຜ່ານເຂົ້າຮອບຕໍ່ໄປ.

ສາຍ ກ ປະກອບມີກະຊວງປ້ອງກັນປະເທດ ຮອງແຊັມເກົ່າ, ແຂວງຄຳ ມ່ວນ, ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ ແຊັມເກົ່າ ແລະ ແຂວງຈຳ ປາສັກ. ສຳລັບສາຍ ຂ ປະກອບມີແຂວງອຸດົມໄຊ, ແຂວງອັດຕະປື, ແຂວງ ສະຫວັນນະເຂດ, ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ.

ຂະນະທີ່ບານສົ່ງໃນຮົ່ມ ທີມຍິງ ມີ 7 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ສາຍ ກ-ຂ ແຂ່ງຂັນພົບກັນໝົດ ເພື່ອ ເລືອກເອົາທີ 1-2 ຜ່ານເຂົ້າຮອບຕໍ່ ໄປເຊັ່ນ ດຽວກັນ. ໃນນັ້ນ, ສາຍ ກ ມີແຂວງຫລວງພະບາງ, ອຸດົມໄຊ, ໄຊຍະ ບູລີ ແລະ ແຂວງຄຳມ່ວນ; ສາຍ ຂ ມີແຂວງຈຳປາສັກ, ກະຊວງປ້ອງກັນປະ ເທດ ແຊັມເກົ່າ ແລະ ນະຄອນຫລວງວຽງຈັນເຈົ້າພາບ.

ສຳລັບບານສົ່ງຫາດຊາຍ ປະເພດຊາຍ ມີ 9 ທີມເຂົ້າຮ່ວມ ແບ່ງອອກ ເປັນ 2 ສາຍ ກ-ຂ ແຂ່ງຂັນພົບກັນໝົດ ເພື່ອຄັດເລືອກເອົາທີ 1-2 ຜ່ານ ເຂົ້າຮອບຕໍ່ໄປ. ສາຍ ກ ມີແຂວງບໍລິຄຳໄຊ, ສະຫວັນນະເຂດ, ນະຄອນ ຫລວງວຽງຈັນ, ແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ; ສາຍ ຂ ມີແຂວງຫລວງພະບາງ, ອັດຕະປຶ, ບໍ່ແກ້ວ ແລະ ແຂວງໄຊຍະບູລີ.

ສ່ວນປະ ເພດຍິງ ມີ 5 ທີມເຂົ້າຮ່ວມ ແຂ່ງຂັນພົບກັນໝົດເອົາທີມອັນ ດັບທີ 1-4 ເຂົ້າຮອບຮອງຊະນະເລີດຕໍ່ໄປ, ປະກອບມີ ນະຄອນຫລວງວຽງ ຈັນ ເຈົ້າພາບ, ແຂວງໄຊຍະບູລີ, ຈຳປາສັກ, ສະຫວັນນະເຂດ ແລະ ກະຊວງ ປ້ອງກັນປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version