Home ຂ່າວພາຍໃນ ກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025

ກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025

0

ກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກນີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ແກ້ວວິສຸກ ໂສລາພົນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຜູ້ອຳນວຍການໃຫຍ່ ມຊ, ຮອງຜູ້ອຳນວຍການ, ມີນັກຄົ້ນຄ້ວາວິທະຍາສາດ, ພ້ອມດ້ວຍອາຈານ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ໄດ້ລາຍງານວຽກງານການຄົ້ນຄ້ວາວິທະຍາສາດວ່າ: ໃນໄລຍະ 1 ປີ ມີໂຄງການຄົ້ນຄວ້າ 114 ໂຄງການທົ່ວ ມຊ ທີ່ຍື່ນມາຂໍທຶນການຄົ້ນຄວ້າ, ຈາກຈໍານວນບົດໂຄງການທີ່ໄດ້ຮັບທຶນໄປນັ້ນມີ 64 ໂຄງການ ທີ່ໄດ້ຄົ້ນຄວ້າສໍາເລັດຢ່າງສົມບູນ; ໄດ້ສຳ ເລັດການຈັດກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງ ມຊ ຄັ້ງທີ 11, ມີນັກຄົ້ນຄວ້າມານຳສະເໜີໂຄງການຄົ້ນຄວ້າ 54 ໂຄງການ ແລະ ມີຜູ້ເຂົ້າຮ່ວມທັງໝົດ 678 ທ່ານ, ໄດ້ອະນຸມັດຂໍ້ຕົກລົງໃຫ້ທຶນ ແລະ ດຳເນີນການຄົ້ນຄວ້າໃຫ້ແກ່ນັກຄົ້ນຄວ້າ ມຊ ທີ່ໄດ້ຮັບທຶນລັດຖະບານ ປະຈຳປີ 2025 ລວມທັງໝົດ 33 ໂຄງການ ລວມເປັນເງິນຈຳນວນທັງໝົດ 3,500 ລ້ານກີບ; ສຳເລັດການຈັດຝຶກອົບຮົມການຂຽນບົດຄວາມ ຂອງສາຍວິທະຍາສາດທໍາມະຊາດ ແລະ ວິທະຍາສາດສາຍສັງຄົນພາຍໃນ ມຊ ໄດ້ 3 ຄັ້ງ; ສຳເລັດຈັດກອງປະຊຸມ ຄະນະກຳມະການຄຸ້ມຄອງ-ສົ່ງເສີມການຄົ້ນຄວ້າວິທະຍາ ສາດ ມຊ (RMPC) ເພື່ອປະກອບຄວາມຄິດເຫັນໃນການກຳນົດທິດທາງເງື່ອນໄຂໃນການແຈ້ງຮັບບົດຄົ້ນຄວ້າປະຈຳປີ 1 ຄັ້ງ; ສຳເລັດຈັດກອງປະຊຸມ ຄະນະກຳມະການຄຸ້ມຄອງ-ສົ່ງເສີມການຄົ້ນຄວ້າວິທະຍາສາດ ມຊ (RMPC) ເພື່ອຖອດຖອນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າວິທະຍາສາດ ແລະ ກຳນົດນິກຳກ່ຽວກັບຂໍ້ແນະນຳໃນການຂຶ້ນງົບປະມານຂໍທຶນຄົ້ນຄວ້າໃນ ມຊ 1 ຄັ້ງ; ສຳເລັດບົດໂຄງການຄົ້ນຄວ້າກ່ຽວກັບ ສປ ຈີນ 1ໂຄງການ ແລະ ສົ່ງລົງຕີພິມໃນວາລະສານສາກົນ China Report; ສຳເລັດວຽກງານປະສານງານ ຫຼັກສູດປະລິນຍາຕີສາຂາ ປັນຍາປະດິດ (AI Double Degree Programe) ລະຫວ່າງ ມຊ ແລະ ມະຫາວິທະຍາໄລວິທະຍາສາດ ເຕັກໂນໂລຊີຄູນໝິງ ສປ ຈີນ. ໄລຍະຜ່ານມາເຖິງປັດຈຸບັນມີນັກຄົ້ນຄວ້າສົ່ງ ໄດ້ຕີພິມທັງໝົດ 134 ຫົວບົດ. ໃນນັ້ນ, ວາລະສານຕ່າງປະເທດ 68 ບົດ; ວາລະສານລະດັບຄະນະວິຊາ ແລະສະຖາບັນ 40 ບົດ; ວາລະສານວິທະຍາສາດ ມຊ 42 ບົດ; ນັກຄົ້ນຄວ້າຈາກ ມຊ ສາມາດຍາດໄດ້ລາງວັນນັກຄົ້ນຄວ້າດີເດັ່ນ ປະຈຳປີ 2025 ມີ 20 ທ່ານ.

ທ່ານ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍ-ຄວາມຄວາມສຳຄັນ ຕໍ່ການສ້າງບົດບາດ ແລະ ຂີດຄວາມສາມາດໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ບໍລິການວິຊາການຂອງມຊ. ພ້ອມນີ້, ຈະສ້າງໂອກາດໃຫ້ ມຊ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໄດ້ມີໂອກາດມາເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ແລະ ແລກປ່ຽນປະສົບການເຊິ່ງ ແລະ ກັນ. ຜ່ານມາ, ມຊ ກໍສາມາດຍາດໄດ້ຜົນສໍາເລັດ ໃນຫຼາຍດ້ານທັງໃນເວທີລະດັບຊາດ ແລະ ສາກົນ. ຈາກແນວທາງ, ວິໄສທັດ ແລະ ຍຸດທະສາດ ຂອງພັກ ແລະ ລັດຖະບານ ມຊ ຕ້ອງໃຫ້ມີຈຸດສຸມໃນການສ້າງຄະນະວິຊາ ແລະ ສະຖາບັນ, ປັບປຸງວຽກບໍລິຫານໃຫ້ມີປະສິດທິພາບ, ປະສິດທິຜົນ, ຕ້ອງສຸມໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງຄວາມເປັນເລີດທາງດ້ານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ສ້າງນັກຄົ້ນຄວ້າໃຫ້ມີຄວາມຫ້າວຫັນ, ມີຈັນຍາບັນ-ຈັນຍາທໍາສູງ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານ ເພື່ອພັດທະນາວິທະ ຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ໃຫ້ປະໂຫຍດສຸງສຸດແກ່ທຸກຝ່າຍ.

ໂອກາດນີ້, ໄດ້ມີພິທີເປີດງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ປະຈໍາປີ 2025 ແລະ ສະເຫຼີມສະຫຼອງວັນສ້າງຕັັ້ງ ມຊ ຄົບຮົບ 29 ປີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version