Home ຂ່າວການເມືອງ ກະກຽມຄວາມພ້ອມດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 9

ກະກຽມຄວາມພ້ອມດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 9

0

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9 ຈັດຂື້ນໃນຕອນເຊົ້າວັນທີ 6 ພະຈິກ 2025 ຢູ່ຫໍປະຊຸມເເຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ສູນທອນ ໄຊຍະຈັກ ມີຄໍາເຫັນເປີດກອງປະຊຸມວ່າ: ກອງປະຊຸມລັກສະນະນີ້, ຈັດຂື້ນກ່ອນການດຳເນີນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ເເມ່ນກົນໄກຂອງສະພາແຫ່ງຊາດ ເພື່ອຮັບຟັງລາຍງານຈາກບັນດາກະຊວງ, ອົງການທຽບເທົ່າທີ່ຕິດພັນກັບຫົວຂໍ້ກອງປະຊຸມ ແລະ ສະມາຊິກສະພາແຫ່ງຊາດ ເພື່ອໃຫ້ຜູ້ເເທນໄດ້ພ້ອມກັນຄົ້ນຄ້ວາ, ແລກປ່ຽນຄໍາຄິດເຫັນ, ຊອກຫາວິທີແກ້ໄຂຊ່ວຍລັດຖະບານ ເປັນການສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຢ່າງເລິກເຊິ່ງ ຮັບປະກັນເຮັດໃຫ້ບັນຫາສໍາຄັນຕ່າງໆຂອງຊາດທີ່ນໍາມາຜ່ານໃນກອງປະຊຸມສະໄໝສາມັນຄັ້ງນີ້ ຖືກຮັບຮອງເອົາດ້ວຍຄະເເນນສຽງເຫັນດີ.

ທ່ານ ນາງ ສູນທອນ ໄຊຍະຈັກ ມີຄໍາເຫັນຕື່ມວ່າ: ກອງປະຊຸມຄັ້ງນີ້, ດໍາເນີນຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ໄລຍະມ້ວນທ້າຍສະໄໝ ເຂົ້າສູ່ວຽກງານຂອງຕົວຈິງຂອງແຕ່ລະຂົງເຂດ ຢ່າງເປັນເປັນຮູບປະທໍາຫຼາຍຂຶ້ນ ແລະ ກະກຽມຂະບວນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ດ້ວຍຈິດໃຈປະຕິວັດອັນສູງສົ່ງ, ເປັນຂະບວນຟົດຟື້ນ ແລະ ກະກຽມໃສ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ກະກຽມໃສ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 5 ຢ່າງຂຸ້ນຂ້ຽວ. ຜູ້ແທນກອງປະຊຸມ ໄດ້ພ້ອມກັນຮັບຟັງ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈໍາປີ 2025 ລວມທັງແຜນເງິນຕາ ປະຈໍາປີ 2025; ບົດລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 10 (2026-2030) ແລະ ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ແລະ ປະຈໍາປີ 2026 ລວມທັງຮ່າງແຜນເງິນຕາ ປະຈຳປີ 2026; ບົດລາຍງານແຜນການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024; ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈໍາປີ 2025, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ແລະ ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະປະຈຳປີ 2025, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ແລະ ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ. ກອງປະຊຸມຄັ້ງນີ້ຈະດໍາເນີນໄປເປັນເວລາ3ວັນຈື່ງສໍາເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version