Home ຂ່າວການເມືອງ ຮອງປະທານປະເທດ ເຂົ້າວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ

ຮອງປະທານປະເທດ ເຂົ້າວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ

0

ໃນວັນທີ 5 ພະຈິກ 2025,ໂດຍໄດ້ຮັບການມອບໝາຍ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ເດີນທາງໄປເຂົ້າ ຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ, ພະມານດາ ຂອງພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ລາຊະການທີ 10 ແຫ່ງ ລາຊະອາ ນາຈັກໄທ ທີ່ພະທີ່ນັງດຸສິດມະຫາປາສາດ ພຣະບໍລົມມະ ຫາຣາຊະວັງ ບາງກອກ, ທີ່ໄດ້ສິ້ນພະຊົນ ໃນວັນທີ 24 ຕຸ ລາ 2025, ລວມອາຍຸໄດ້ 93 ພັນສາ.​

ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ປະສູດເມື່ອວັນທີ 12 ສິງຫາ 1932, ພະອົງ ໄດ້ອະພິເສກສົມລົດ ກັບ ພະບາດສົມເດັດ ມະຫາພູມີພົນອະດຸນຍະເດດ ມະຫາຣາດບໍລົມມະນາດບໍພິດ ລາຊະການທີ 9 (ລ 9) ໃນວັນທີ 28 ເມສາ 1950 ແລະ ມີລາຊະບຸດຮ່ວມກັນ 4 ພະອົງ ໄດ້ແກ່: ທູນກະມ່ອມຍິງ ອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ,ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງລາ ຊະອານາຈັກໄທ (ລ 10), ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ສົມເດັດພະ ເຈົ້ານ້ອງນາງເທີ ເຈົ້າຟ້າຈຸລາພອນວະໄລລັກ ອັກຄະຣາດຊະກຸມາຣີ.

ໃນໄລຍະຜ່ານມາ,ສົມເດັດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ໄດ້ຕິດຕາມ ພະບາດສົມເດັດ ມະຫາພູມີພົນອະດຸນຍະເດດ ມະຫາຣາດບໍລົມມະນາດບໍພິດ (ລ 9) ເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການຕິດຕາມການສະເດັດເຂົ້າຮ່ວມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ນະຄອນຫຼວງວຽງຈັນ- ໜອງຄາຍ) ແລະ ຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ ຕາມການເຊື້ອເຊີນ ຂອງທ່ານ ໜູຮັກ ພູມສະຫວັນ ອະດິດປະທານປະເທດ ແຫ່ງ ສປປ ລາວ ໃນເດືອນເມສາ 1994.​ ຕະຫຼອດຊີວິດຂອງພະອົງ, ພະອົງ ໄດ້ ອຸທິດຕົນໃນການຊ່ວຍ ພະບາດສົມເດັດ ພະເຈົ້າມະຫາຊີ ວິດ ພູມີພົນ ອະດຸນຍະເດດ ຈັດຕັ້ງປະຕິບັດໂຄງການພະລາຊະດໍາລິຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນໄທ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະພັດທະນາປະເທດໄທ ໃຫ້ຈະເລີນ ຮຸ່ງເຮືອງ. ນອກຈາກນີ້, ພະອົງ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວ ພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະ ຊາຊົນສອງຊາດ ລາວ-ໄທ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ.

ການເຂົ້າຮ່ວມໃນພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ໃນຄັ້ງນີ້ ເປັນການນຳເອົາ ຄວາມໄວ້ອາໄລຢ່າງສຸດຊຶ້ງ ຈາກລັດຖະບານ ແລະ ປະ ຊາຊົນລາວ ມາຍັງ ພະບໍລົມວົງສານຸວົງທຸກພະອົງ, ລັດຖະ ບານ ແລະ ປະຊາຊົນໄທ ແລະ ທັງເປັນການລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງ ທີ່ພະອົງໄດ້ເສຍສະລະ ແລະ ອຸທິດຕົນເອງ ເພື່ອຜົນປະໂຫຍດສ່ວນລວມ ກໍຄື ການພັດ ທະນາສາຍພົວພັນອັນດີ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ຂະຫຍາຍຕົວ ໃນຕະຫຼອດຊີວິດ ຜ່ານມາ.

ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ,ກົມສົມເດັດພະເທບ ກໍໄດ້ຕາງໜ້າໃຫ້ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ລາຊະການທີ 10 ແລະ ໃນນາມສ່ວນພະອົງ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະ ທານປະເທດ ແຫ່ງ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version