Home ຂ່າວການເມືອງ ເຊັນບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ

ເຊັນບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ

0

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 19 ແລະ ອາຊຽນ-ບວກ ຄັ້ງທີ 12 ທີ່ ເມືອງກົວລາລໍາເປີ, ມາເລເຊຍ, ໃນວັນທີ 2 ພະຈິກ 2025 ນີ້ ໄດ້ຈັດພິທີເຊັນບົດບັນທຶກ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນດ້ານວຽກງານປ້ອງກັນຊາດ. ຕາງໜ້າລົງນາມຝ່າຍລາວໂດຍທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນລົງນາມໂດຍ ທ່ານ ຊິນຈີໂຣ ໂອອິຊູມິ, ລັດຖະມົນຕີປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ.

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນເພື່ອເປັນການສົ່ງເສີມການຮ່ວມມືສອງຝ່າຍຂອງສອງກະຊວງ ໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະແມ່ນຂົງເຂດການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ບັນເທົ່າທຸກໄພພິບັດ, ເຊິ່ງຜ່ານມາ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກໍ່ໄດ້ຈັດຕັ້ງປະຕິບັດໄລຍະການຊ່ວຍເຫຼື່ອ ກອງທັບປະຊາຊົນລາວ ດ້ານອຸປະກອນຊ່ວຍເຫຼືອໄພພິບັດ ໄລຍະທີ 1 ແລະ ຈະສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໄລຍະທີ 2. ພ້ອມນີ້ ກະຊວງປ້ອງກັນປະເທດຍີ່ປຸ່ນກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພາຍໃຕ້ການພົວພັນຮ່ວມມືໃນຂອບເຂດຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version