Home ຂ່າວໜ້າໜຶ່ງ ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

0

————————–

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.

ໃນການພົບປະດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ນິວຊີແລນ ຕ່າງກໍຮູ້ສຶກປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນໂອກາດສຳຄັນ ໃນການສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ຕະຫຼອດໄລຍະ 62 ປີຜ່ານມາ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ກຸມພາ 1963, ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກວມເອົາຫຼາຍຂົງເຂດວຽກງານ ແລະ ມີໝາກຜົນດີ, ພ້ອມນັ້ນ ສອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການຮ່ວມມືໃນຂອບສອງຝ່າຍ ແລະ ຂອບອາຊຽນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ນິວຊີແລນ ຕໍ່ການຊ່ວຍເຫຼືອເພື່ອການພັດທະນາ (ODA), ຊຶ່ງປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ກະສິກໍາ, ພະລັງງານສະອາດ, ການທ່ອງທ່ຽວ ແລະ ອື່ນໆ. ສອງຝ່າຍ ຍັງເຫັນດີເປັນເອກະພາບ ໃນການສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ ແລະ ຊຸກຍູ້ນັກລົງທຶນຈາກນິວຊີແລນ ເຂົ້າມາສຶກສາເບິ່ງທ່າແຮງຂອງລາວ ໂດຍສະເພາະໃນຂົງເຂດກະສິກຳ ແລະ ລ້ຽງສັດທີ່ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຊຶ່ງນິວຊີແລນ ມີຄວາມຊ່ຽວຊານໃນດ້ານນີ້. ນອກນັ້ນ, ຝ່າຍລາວ ຍັງໄດ້ແຈ້ງໃຫ້ຝ່າຍນິວຊີແລນຊາບວ່າ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທົບທວນຮອບວຽນທີ 3 ຂອງ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ໃນປີ 2026 ທີ່ ນະຄອນຫຼວງວຽງຈັນ, ຊຶ່ງນັບເປັນຄັ້ງທີ 2 ທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ໂດຍຄັ້ງທໍາອິດ ໃນປີ 2010. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ. ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version