Home ຂ່າວໜ້າໜຶ່ງ ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025

0

ໃນຕອນແລງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ແລະ ອັດລົງໃນຕອນແລງ ຂອງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1: ສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງດ່ານເກັບເງິນຄ່າບໍລິການຜ່ານທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ໃນກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫລວງແຫ່ງຊາດ ເລກທີ 12 ແຕ່ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ). ໃນນັ້ນ, ຕໍ່ການ ສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ: ເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ລະບຸໄວ້ໃນບັນດາມະຕິສະພາແຫ່ງຊາດ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະກົດການຫຍໍ້ທໍ້ໃນສັງຄົມ ສືບຕໍ່ໄດ້ຮັບການແກ້ໄຂເປັນກ້າວໆ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 66.484 ຕື້ກີບ ເທົ່າກັບ 98% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 53.771 ຕື້ກີບ ເທົ່າກັບ 75% ຂອງແຜນປີ, ອັດຕາເງິນເຟີ້ 4,8% ສະເລ່ຍ 11 ເດືອນ 2025 ຢູ່ໃນລະດັບ 7,9%; ສາມາດປະຕິບັດແຜນລາຍຈ່າຍເງິນ ເດືອນ-ເງິນນະໂຍບາຍຕ່າງໆໄດ້ພຽງພໍ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ເຂັ້ມງວດຫລາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກໂດຍສາມາດສົ່ງອອກສິນຄ້າກະສິກຳ-ປ່າໄມ້, ສັດ ແລະ ຜະລິດຕະພັນສັດ ມູນຄ່າ 102 ລ້ານກວ່າໂດລາສະຫະລັດ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າໂດຍເລັ່ງສ້າງພະລັງງານແສງຕາເວັນ ແລະ ຊຸກຍູ້ໂຄງການພະລັງງານໄຟຟ້າທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວໂດຍສຸມໃສ່ປະຕິບັດໂຄງການທີ່ເປັນບຸລິມະສິດຂອງລັດຖະບານ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ຮ່າໂນ້ຍ, ໂຄງການຟື້ນຟູທາງຫລວງທີ່ເປ່ເພຈາກໄພທຳມະຊາດ, ໂຄງການຍົກລະດັບທາງຫລວງແຫ່ງຊາດສາຍຕ່າງໆ, ລວມທັງໂຄງການກໍ່ສ້າງຂົວ, ປັບປຸງດ່ານຊາຍແດນ ແລະ ອື່ນໆ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ສຸມໃສ່ຂຶ້ນທະບຽນ ແລະ ອອກໃບຕາດິນມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ພັດທະນາສີມືແຮງງານ, ຄຸ້ມຄອງ ແລະ ສົ່ງເສີມແຮງງານພາຍໃນເຂົ້າສູ່ຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ; ສຳເລັດການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃນງວດ 4 ປີ 2025 ຈໍານວນ 272 ທ່ານ ເປັນເງິນ 5 ຕື້ກວ່າກີບ; ໄດ້ສືບຕໍ່ໃຫ້ຄວາມຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນ ໄລຍະຜ່ານມາ ເປັນຕົ້ນ ສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນ ແລະ ປັດໃຈອື່ນໆ; ສຳເລັດການຈັດ ງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ມະຫາກຳກິລາແຫ່ງຊາດ ຄັ້ງທີ XII; ໄດ້ເອົາໃຈໃສ່ປັບປຸງພື້ນ ຖານໂຄງລ່າງ, ສະຖານທີ່ ແລະ ຄຸນນະພາບ ການບໍລິການສາທາລະນະສຸກ ຕາມທິດ 5 ດີ 1 ພໍໃຈ; ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ຊຶ່ງພົ້ນເດັ່ນແມ່ນສຳເລັດການຕ້ອນຮັບການມາຢ້ຽມຢາມທາງ ລັດຖະກິດ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ການຕ້ອນຮັບສົມເດັດ ເຈົ້າຍິງໄອໂກະ ແຫ່ງປະເທດຍີ່ປຸ່ນ, ການຕ້ອນຮັບການນຳຂັ້ນສູງ ແລະ ອົງການຈັດຕັ້ງຕ່າງໆ ທີ່ເຂົ້າພົບປະ, ອວຍພອນ ແລະ ເຂົ້າຮ່ວມພິທີເດີນສວນສະໜາມ ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສໍາເລັດກອງປະຊຸມພົບປະສອງກົມການເມືອງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ, ກອງປະຊຸມພົບປະນັກທຸລະກິດ ລາວ-ຫວຽດນາມ, ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ແລະ ອື່ນໆ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການ ຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງບໍ່ດີໃນສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ, ອັດຕາແລກປ່ຽນ, ຕົ້ນທຶນການຜະລິດ, ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມ ຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບ ກົດໝາຍ-ລະບຽບການ ແລະ ອື່ນໆ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກ ຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ; ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ; ຕິດຕາມກຳແໜ້ນສະພາບການ ແລະ ແກ້ໄຂຕອບ ໂຕ້ຂ່າວປອມທີ່ສ້າງຄວາມປັ່ນປ່ວນ ຢ່າງເປັນລະບົບທັນການ; ແກ້ໄຂອາວຸດທີ່ນຳໃຊ້ບໍ່ຖືກຕ້ອງ; ເອົາໃຈໃສ່ຕິດຕາມ ການເຂົ້າ-ອອກເມືອງຂອງຄົນຕ່າງດ້າວ; ແກ້ໄຂບັນຫາສະແກມເມີ, ແກ້ງຄໍເຊັນເຕີ…; ສືບຕໍ່ປະຕິບັດແຜນຮັກສາ ຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆຂອງຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ງປະເທດ ຄັ້ງທີ XII ຂອງພັກ.

ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສຸມໃສ່ ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2025 ຕາມຫົວຂໍ້ທີ່ກໍານົດໄວ້; ສືບຕໍ່ສຸມໃສ່ປະຕິບັດ ບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ອັດຕາເງິນເຟີ້, ການເກັບ ລາຍຮັບ, ການເກັບກູ້ໜີ້ສິນ, ການແກ້ໄຂໜີ້ສິນ; ສຸມໃສ່ສົ່ງເສີມການຜະລິດສິນຄ້າ ຕິດພັນກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ແຂງແຮງ ໄປຄຽງຄູ່ກັບຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ອື່ນໆ; ສືບຕໍ່ປັບ ປຸງກົງຈັັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາ ແຫ່ງຊາດ ເລກທີ 05/ສພຊ ໂດຍສະເພາະ ການສ້າງຕັ້ງຕາແສງ ໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການປົກຄອງ ທ້ອງຖິ່ນ ສະບັບປັບປຸງ ປີ 2025 ແລະ ນິຕິກໍາອື່ນໆ ໃຫ້ສໍາເລັດຕາມແຜນ; ສຸມໃສ່ກວດກາຄືນຕົວເລກຄູ ໃນທົ່ວ ປະເທດ ໃຫ້ຊັດເຈນ ແລະ ຄິດໄລ່ເງິນເດືອນຄູ ຕາມທິດການປັບປຸງເງິນເດືອນໃໝ່ ຂອງລັດຖະບານ ໃຫ້ສຳເລັດທັນ ການເບີກເງິນເດືອນໃໝ່ ໃນເດືອນມັງກອນ 2026 ໄປຄຽງຄູ່ກັບການປັບປຸງນິຕິກຳທີ່ກ່ຽວຂ້ອງ; ສືບຕໍ່ສຸມໃສ່ກະ ກຽມຄວາມພ້ອມສຳລັບການປັບປຸງລະບົບສາມັນສຶກສາ; ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ແຂງແຮງຂຶ້ນກວ່າ ເກົ່າ; ສືບຕໍ່ຕິດຕາມຊຸກຍູ້ ຫົວໜ່ວຍນຳໃຊ້ແຮງງານ ແລະ ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະ ກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຢ່າງເຄັ່ງຄັດ; ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ ມີຄຸນນະພາບ, ກວດກາຄືນຕົວເລກຄາດໝາຍ ໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ໃນຊຸມປີຕໍ່ໜ້າ ໃຫ້ລະ ອຽດ; ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່; ສືບຕໍ່ສຸມໃສ່ ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງບຸລິມະສິດ; ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ; ຮີບຮ້ອນສົມທົບປຶກສາຫາລື ໃຫ້ເປັນເອກະ ພາບກັນກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ທີ່ມອບໃຫ້ຜູ້ປະກອບການເປັນ ຜູ້ສ້ອມແປງ ແລະ ບົວລະບັດຮັກສາ; ຮີບຮ້ອນຜັນຂະຫຍາຍຜົນກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ໂດຍໃຫ້ກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ; ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ.

ວາລະທີ 2: ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນ ຂອງລັດ; ຮ່າງດຳລັດ ວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ; ຮ່າງດໍາລັດ ວ່າດ້ວຍການນສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ; ຮ່າງດໍາລັດ ວ່າດ້ວຍການປັບ ໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ; ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ; ຮ່າງດໍາລັດ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ແລະ ຮ່າງດໍາລັດ ວ່າດ້ວຍຝຸ່ນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນຊື່ຂອງບາງຮ່າງດຳລັດ, ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງເນື້ອໃນໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິກໍາ ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວລວມທັງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ສິ່ງສໍາຄັນຕ້ອງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version