Home ຂ່າວການເມືອງ ກອງປະຊຸມປະສຳມະນາທິດສະດີລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງທີ XII

ກອງປະຊຸມປະສຳມະນາທິດສະດີລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງທີ XII

0

————————–

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.

ກອງປະຊຸມໃນຄັ້ງນີ້ ຍັງມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ທີ່ປຶກສາສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ; ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ, ບັນດາສະຫາຍຮອງປະທານ ແລະ ຄະນະປະຈຳສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ, ພະນັກງານການນໍາຂັ້ນສູງ ຂອງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງນະຄອນດານັງ ເຂົ້າຮ່ວມ 60 ສະຫາຍ.

ໃນວາລະເປີດກອງປະຊຸມ, ສະຫາຍ ຫງວຽນ ແມ້ງ ເກື່ອງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ສະຫາຍ ເລ ງອກ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະພັກນະຄອນ ດານັງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນກອງປະຊຸມ.

ສະຫາຍ ຫງວຽນ ຊວນ ຖັງ ໄດ້ກ່າວບົດນຳກອງປະຊຸມ ໂດຍຍົກໃຫ້ເຫັນເນື້ອໃນສຳຄັນບັນດາບົດຮຽນກ່ຽວກັບການສັບຊ້ອນການຈັດຕັ້ງກົງຈັກ ຂອງລະບົບການເມືອງ ຢູ່ຫວຽດນາມ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວຄຳເຫັນບົດນຳ ຂອງຝ່າຍລາວ ຕໍ່ກອງປະຊຸມດັ່ງກ່າວ.

ກອງປະຊຸມຄັ້ງນີ້, ຕາງໜ້າບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມກອງປະຊຸມ ຊຶ່ງຝ່າຍຫວຽດນາມ ປະກອບມີ 3 ບົດຄື: ໜຶ່ງ, ສັບຊ້ອນການຈັດຕັ້ງກົງຈັກໃຫ້ກະທັດຮັດ, ຜົນສຳເລັດ ແລະ ບັນດາບັນຫາຕັ້ງຂຶ້ນໃນຂະບວນການປະຕິບັດ; ສອງ, ຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຢູ່ນະຄອນດາໜັງ, ບາງບົດຮຽນ ຂອງຫວຽດນາມ; ສາມ, ສັບຊ້ອນບັນດາອົງການແນວໂຮມປະເທດຊາດ, ບັນດາການຈັດຕັ້ງການເມືອງ-ສັງຄົມ ແລະ ບັນດາສະມາຄົມມະຫາຊົນໂດຍພັກ, ລັດ ມອບໝາຍໜ້າທີ່ໃຫ້ກະທັດຮັດ. ພ້ອມດຽວກັນນັ້ນ, ຝ່າຍລາວ ປະກອບມີ 3 ບົດຄື: ໜຶ່ງ, ພັກນຳພາການປັບປຸງກົງຈັກອຳນາດລັດ ໃຫ້ມີຄວາມເຂັ້ມແຂງ; ສອງ, ການປັບປຸງກົງຈັກລັດຖະບານ ໃຫ້ຕອບສະໜອງກັບສະພາບການໃໝ່; ສາມ, ສ້າງຄວາມເຂັ້ມແຂງໃຫ້ລະບົບການປົກຄອງທ້ອງຖິ່ນ ແນໃສ່ບໍລິການປະຊາຊົນ ຢ່າງມີປະສິດທິພາບສູງ.

ກອງປະຊຸມສໍາມະນາທິດສະດີ ສອງພັກ ໃນຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ມີຄວາມໝາຍ, ມີເຫດການສໍາຄັນຂອງສອງພັກ, ສອງປະເທດທີ່ພວມສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິປະຊຸມໃຫຍ່ຂອງແຕ່ລະພັກໄລຍະທ້າຍສະໄໝ ແລະ ພວມຂຸ້ນຂ້ຽວຈັດກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ອອກແຮງຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງສອງພັກ, ສອງປະເທດຢ່າງເປັນຂະບວນຟົດຟື້ນ ຊຶ່ງໃນກອງປະຊຸມໄດ້ມີຄວາມເປັນເອກະພາບສູງຕໍ່ກັບບັນດາບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຕໍ່ກັບຫົວຂໍ້ທີ່ຕັ້ງຂຶ້ນ ໂດຍສະເພາະໃນປັດຈຸບັນ, ສອງປະເທດພວມຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງການປະຕິບັດແຜນນະໂຍບາຍສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງ ໃຫ້ກະທັດຮັດ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ, ຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດໃນສັງກາດໃໝ່ ແລະ ສືບ ຕໍ່ສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງຂອງລະບອບການເມືອງ ໃຫ້ຄົບຖ້ວນສົມບູນຍິ່ງໆຂຶ້ນ.

ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຫວຽດນາມ ຄັ້ງນີ້ ໄດ້ດໍາເນີນເປັນເວລາ 1 ວັນ ແລະ ສໍາເລັດລົງດ້ວຍບັນຍາກາດທີ່ຈົບງາມ ທີ່ນະຄອນດານັງ ສສ ຫວຽດນາມ.

(ຂ່າວ: ສະພາທິດສະດີສູນກາງພັກ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version