Home ຂ່າວພາຍໃນ ສຳເລັດດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຄ ຄັ້ງທີ VI

ສຳເລັດດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຄ ຄັ້ງທີ VI

0

———

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຄັ້ງທີ VI ໄດ້ເປີດ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມະໄລທອງ ກົມມະສິດ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ມີບັນດາຄະນະບໍລິຫານງານພັກ, ສະມາຊິກພັກ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ໄດ້ລາຍງານຜົນກອງປະຊຸມວ່າ: ກອງປະຊຸມ, ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ສະໄໝທີ VI ມີຜູ້ສະໝັກ 29 ສະຫາຍ, ເລືອກເອົາ 25 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ VI ໄດ້ເປັນເອກະສັນ ເລືອກເອົາຄະນະປະຈໍາພັກ 7 ສະຫາຍ, ເລືອກເອົາສະຫາຍ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກກະຊວງ ອຄ ສະໄໝທີ VI, ສະຫາຍ ຈັນສະແຫວງ ບຸນຍົງ ເປັນຮອງເລຂາ, ເລືອກເອົາ ສະຫາຍ ພຸດທະວັນ ນັນທະວົງ ເປັນປະທານກວດກາ, ສະຫາຍ ນາງ ສັນຄະນິງ ດາຣາວົງ ແລະ ສະຫາຍ ສຸກວິສັນ ຄິນສະໝອນ ເປັນຮອງປະທານກວດກາ. ກອງປະຊຸມຄັ້ງ​ນີ້ ຍັງໄດ້ເລືອກເອົາຜູ້ແທນສົມບູນ 11 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ໂອກາດນີ້, ສະຫາຍນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນໍາ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດ, ຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ. ພ້ອມເນັ້ນໜັກໃຫ້ ຄະນະບໍລິຫານງານພັກຊຸດໃໝ່ ສືບຕໍ່ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ ໃນເງື່ອນໄຂທີ່ສະພາບການພາຍໃນ, ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ; ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກໃນວຽກງານກໍ່ສ້າງພັກ ແລະ ພະນັກງານເພື່ອສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ; ສືບຕໍ່ວຽກງານການແບ່ງຂັ້ນຄຸ້ມຄອງຕາມທິດສາມສ້າງ ແລະ ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກໃຫ້ເປັນແຜນການ, ແຜນງານ, ໂຄງການ ແລະ ວຽກຈຸດສຸມແນໃສ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງເຂົ້າໃນວຽກງານພັດທະນາອຸດສາຫະກຳ ແລະ ການຄ້າ; ເພີ່ມທະວີການເຊື່ອມໂຍງເຊື່ອມຈອດເສດຖະກິດ ແລະ ການພົວພັນກັບສາກົນບົນພື້ນຖານແນວທາງການຕ່າງປະເທດຂອງພັກ ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງເພື່ອແກ້ໄຂຂັ້ນຂອດ ລະບອບ, ລະບຽບການ ພ້ອມທັງເພີ່ມທະວີການປະສານງານບັນດາກະຊວງ, ຂະແໜງການ ເພີ່ມທະວີວຽກງານກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ ແລະ ແທດເຖິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version