ໃນວັນທີ 7 ກັນຍາ 2025 ນີ້, ສະຫາຍ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະ ທານສະມາຄົມມິດຕະພາບ ລາວ-ກູບາ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະ ນະລັດ ກູບາ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວຂອງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສໍາຄັນທີ່ສຸດໃນການເສີມຂະຫຍາຍ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ລາວ-ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ. ພ້ອມທັງຕີລາຄາສູງຕໍ່ການນໍາພາຂອງພັກກອມມູນິດ ກູບາ ໃນການນໍາພາປະຊາຊົນກູບາ ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດກູບາ ແລະ ນໍາພາສ້າງສາພັດທະນາປະເທດ ຢ່າງຕໍ່ເນື່ອງ. ປະຊາຊົນລາວ ມີຄວາມປິຕິຍິນດີ ແລະ ພາກພູມໃຈ ທີ່ເຫັນສາຍພົວພັນຮ່ວມມື ລາວ-ກູບາ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດ ຢັ້ງ, ສະແດງອອກໃນການແລກປ່ຽນ ຢ້ຽມຢາມການນໍາຂັ້ນສູງ ຂອງ ສອງປະເທດ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍຕາມ ແຕ່ຍັງໄປມາຫາສູ່ກັນປົກກະຕິ, ສະແດງໃຫ້ເຫັນ ເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍ ຈະເລີນ ເຍຍປາວເຮີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນ ກູບາ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງລໍ້າຄ່າ ແລະ ຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາປະເທດຊາດໃນປັດຈຸບັນ. ພ້ອມທັງ ລາຍງານການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ກູບາ, ກູບາ-ລາວ ແລະ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ລາວ-ກູບາ ໃນໄລຍະຜ່ານມາ ໂດຍຫຍໍ້ ໃຫ້ທ່ານປະທານປະເທດ ກູບາ ຮັບຊາບ.

ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍ ຈະເລີນ ເຍຍປາວເຮີ ທີ່ໄດ້ນໍາພາຄະນະ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືຮອບດ້ານ ລະຫວ່າງ ສ ກູບາ ແລະ ສປປ ລາວ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບກູບາ-ລາວ, ລາວ-ກູບາ ໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດໃນຫລາຍດ້ານ. ສອງສະມາຄົມ ກູບາ-ລາວ, ລາວ-ກູບາ ໄດ້ມີກົນໄກການປະສານງານ, ພົບປະແລກປ່ຽນ, ໄປມາຫາສູ່, ມີການປະສານສົມທົບ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ຂ່າວ: ທະນູທອງ