ໃນວັນທີ 5 ກັນຍາ 2025 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນສື່ມວນຊົນລາວ ຈາກກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸແຫ່ງຊາດລາວ, ໜັງສືພິມປະຊາຊົນ ແລະ ໜັງສືພິມພາສາຕ່າງປະເທດ ເຂົ້າຮ່ວມກອງປະຊຸມສື່ມວນຊົນ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025 ທີ່ ນະຄອນຄຸນໝິງ ສປ ຈີນ ໂດຍການເປັນປະທານຂອງ ທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢຸນນານ, ມີ ທ່ານ ນາງ ເຈີ່ງ ຢ້ຽນ (Zeng Yan) ຫົວໜ້າຄະນະໂຄສະນາອົບຮົມຄະນະພັກ ແຂວງຢຸນນານ, ທ່ານ ຊີຢຸນຜູ (Qu Yingpu) ຫົວໜ້າບັນນາ ທິການໃຫຍ່ສໍານັກໜັງສືພິມ China Daily ແລະ ພ້ອມດ້ວຍຄະນະຜູ້ແທນສື່ມວນຊົນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໃນໂລກໃຕ້ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອເຜີຍແຜ່ຜົນການຮ່ວມມືຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປະຈໍາປີ 2025. ພ້ອມທັງໄດ້ມີພິທີເປີດໂຄງການຮ່ວມມືພັນທະມິດສື່ມວນຊົນທົ່ວໂລກ. ໃນນັ້ນ, ໂຄງການກ່ຽວກັບປະເທດລາວ ປະກອບມີ: ງານວັດທະນະທໍາບຸນກຸດຈີນກ້າວເຂົ້າສູ່ລາວ ແລະ ໄທ ປີ 2025 ພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ; ໂຄງການຮ່ວມມືປະຈໍາປີ ລະຫວ່າງສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ກັບສື່ມວນຊົນຕ່າງໆຂອງລາວ ເຊັ່ນ: ໂຄງ ການລາຍການພາສາມື. ພ້ອມນັ້ນ, ຍັງມີງານພົບປະຕຽນສື ພາຍໃຕ້ຫົວຂໍ້: ການຮຽນຮູ້ ເຊິ່ງກັນ ແລະ ກັນ ພັດທະນາຮ່ວມກັນ; ເວທີສົນທະນາໂຕະມົນ ໃນຫົວຂໍ້: ຂ້າມພູເຂົາ ແລະ ທະເລ, ຈັບມືກັນກ້າວເດີນໄປໜ້າ.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນໃນກອງປະຊຸມວ່າ: ສື່ມວນຊົນເປັນຂົວຕໍ່ໃນການແລກ ປ່ຽນ, ການຮຽນຮູ້ເຊິ່ງກັນ ແລະ ກັນດ້ານອະລິຍະທໍາ ແລະ ເປັນຂົວຕໍ່ໃນການເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນ. ພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງເວທີທີ່ສຳຄັນໃຫ້ແກ່ການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານສື່ມວນຊົນລະຫວ່າງ ລາວ-ຈີນ ເປັນກົນໄກທີ່ມີປະສິດທິຜົນໃນການຊຸກຍູ້ການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ການປະສານສົມທົບຊັບພະຍາກອນຮ່ວມກັນ ແລະ ການແລກປ່ຽນບຸກຄະລາກອນຂອງສື່ມວນຊົນໃນພາກພື້ນ. ສື່ມວນຊົນລາວ ໄດ້ຕັ້ງໜ້າຕອບສະໜອງຕໍ່ການສ້າງພັນທະມິດເຊັ່ນ: ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່ມວນຊົນອື່ນໆ ກໍແມ່ນສະມາຊິກຂອງພັນທະມິດດັ່ງກ່າວ. ສື່ມວນຊົນລາວ-ຢຸນນານ ໄດ້ສ້າງຮູບແບບການຮ່ວມມືທີ່ມີການປະດິດຄິດສ້າງຢ່າງຕໍ່ເນື່ອງ, ມີເນື້ອໃນຫລາກຫລາຍ ແລະ ມີໝາກຜົນນັບມື້ນັບພົ້ນເດັ່ນ.
ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ກ່າວອີກວ່າ: ໃນອະນາຄົດ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຈະຊຸກຍູ້ ແລະ ສະໜັບສະໜູນສື່ມວນຊົນລາວ ດໍາເນີນການແລກປ່ຽນ ແລະ ຮ່ວມມືກັບສື່ມວນຊົນປະເທດຕ່າງໆ ພາຍໃຕ້ຂອບຂອງພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ເປັນຕົ້ນ ຊຸກຍູ້ການແລກ ປ່ຽນບຸກຄະລາກອນ, ຝຶກອົບຮົມ, ສຳມະນາຮ່ວມກັນ ເພື່ອສ້າງໂອກາດໃນການແລກປ່ຽນຄວາມຄິດຄວາມເຫັນ ແລະ ຍົກລະດັບຄວາມສາມາດໃຫ້ແກ່ສື່ມວນຊົນ, ພ້ອມທັງຮ່ວມມືດ້ານເຕັກນິກ, ຮ່ວມກັນຊຸກຍູ້ເຕັກໂນໂລຊີທັນສະໄໝ, ປັນຍາປະດິດ ເພື່ອໃຫ້ເຕັກນິກດັ່ງກ່າວ ເກີດຜົນປະໂຫຍດຕໍ່ສະມາຊິກພັນທະມິດຫລາຍກວ່າເກົ່າ, ເລັ່ງລັດຂະບວນການຫັນເປັນທັນສະໄໝຂອງສື່ມວນຊົນໃນພາກພື້ນ, ເພີ່ມທະວີການຊົມໃຊ້ຊັບພະຍາກອນຮ່ວມກັນ, ສ້າງເວທີສື່ມວນຊົນ, ແຫລ່ງຂໍ້ມູນການເອົາຂ່າວ, ກົນໄກຊົມໃຊ້ຜະລິດຕະພັນສື່ຂ່າວຮ່ວມກັນ ໃຫ້ສົມບູນແບບ ເພື່ອຮ່ວມກັນເລົ່າເລື່ອງລາວ ການພັດທະນາຮ່ວມມືກັນຂອງບັນດາປະເທດໃນພາກພື້ນ, ສະແດງໃຫ້ເຫັນກາລະໂອກາດການຮ່ວມມືໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຂ່າວ-ພາບ: ສຸກທະວີ