ພິທີປະກາດປັບປຸງກົງຈັກການຈັດຕັ້ງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ມອບໂອນວຽກສື່ມວນຊົນ (ຖະແຫຼງຂ່າວ) ໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ ຈັດຂຶ້ນວັນທີ 1 ກັນຍາ 2025 ຢູ່ພະແນກດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊົງເລົ່າ ຢົງນູ່ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນວ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຄະນະໂຄສະນາອົບຮົມ ນວ ຄະນະຈັດຕັ້ງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກສື່ມວນຊົນ ທີ່ໂອນໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ ພ້ອມຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງວຽກງານດັ່ງກ່າວໄລຍະຜ່ານມາຂອງວຽກງານຖະແຫຼງຂ່າວທີ່ເປັນກະບອກສຽງອັນສຳຄັນ ແລະ ແຫຼມຄົມໃຫ້ກັບອົງຄະນະພັກ ນວ ໂດຍສະເພາະວຽກວິທະຍຸ-ໂທລະພາບ ວຽກງານໂທລະໂຄ່ງ ການພັດທະນາສື່ໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ທີ່ນັບມື້ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຕາມສະພາບການປ່ຽນແປງຂອງສັງຄົມໃນຍຸກຫັນເປັນທັນສະໄໝເທື່ອລະກ້າວ ແລະ ແຜນວຽກງານໃນຕໍ່ໄດ້ໜ້າທີ່ມອບຄະນະໂຄສະນາອົບຮົມ ນວ ເປັນຜູ້ສືບຕໍ່ນຳພາ-ຊີ້ນຳວຽກງານໃນຂົງເຂດດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.
ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການສັບຊ້ອນພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານສື່ມວນຊົນ(ຖະແຫຼງຂ່າວ) ທີ່ຂຶ້ນກັບພະແນກ ຖວທ ນວ ໄປປະຈຳການຢູ່ ຄະນະໂຄສະນາອົບຮົມ ນວ ເຊິ່ງມີພະນັກງານທັງໝົດ 43 ທ່ານ ຍິງ 27 ທ່ານ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ (ຜູ້ຊີ້ນຳວຽກງານສື່ມວນຊົນ) ເປັນຮອງຫົວໜ້າຄະນະໂຄສະນາອົບຮົມ ນວ ແຕ່ງຕັ້ງທ່ານ ນາງ ແກ້ວຊ້ອນ ຈັນທະນາມ ເປັນຫົວ ໜ້າກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ແຕ່ງຕັ້ງທ່ານ ນາງ ພູຄຳ ສຸດທະວົງ ແລະ ທ່ານ ໄຊບັນດິດ ພິມຜາສຸກ ເປັນຮອງຫົວໜ້າກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ຄະນະໂຄສະນາອົບຮົມ ນວ ແຕ່ງຕັ້ງທ່ານ ບຸນທະວີ ສົມສີ ເປັນຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ທ່ານ ໄພລຸນ ຫົງຄຳ ທ່ານ ເທວາ ສີສຸລາດ ແລະ ທ່ານ ນາງ ວັນຄຳ ສຸວັນທອງ ເປັນຮອງຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ຄະນະໂຄສະນາອົບຮົມ ນວ ພ້ອມນີ້ຍັງໄດ້ມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການປ່ຽນຊື່ຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ເປັນຄະນະພັກຮາກຖານພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນວ ພ້ອມທັງຜ່ານມະຕິຕົກລົງ ຄະນະປະຈຳພັກ ນວ ວ່າດ້ວຍການໂອນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ຄື:ໜ່ວຍພັກ ກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ແລະ ກອງວິຊາການວິທະຍຸ-ໂທລະພາບ ນວ ເຊິ່ງມີສະມາຊິກພັກທັງໝົດ 33 ສະຫາຍ ຍິງ 18 ສະຫາຍ ໄປຂຶ້ນກັບຄະນະພັກ ຮາກຖານຄະນະໂຄສະນາອົບຮົມ ນວ ຕື່ມອີກ.