ເວລາ 6 ໂມງ 30 ນາທີ ຂອງເຊົ້າວັນທີ 30 ສິງຫານີ້, ພິທີຊ້ອມໃຫຍ່ລະດັບຊາດ ພິທີສະເຫຼີມສະຫຼອງ, ການສວນສະໜາມ, ແຫ່ຂະບວນ 80 ປີ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ 2/9 ໄດ້ຈັດຂຶ້ນທີ່ສະໜາມຫຼວງບາດິ່ງນະຄອນຫຼວງຮ່າໂນ້ຍ.

ເຂົ້າຮ່ວມການກວດຜ່ານການຊ້ອມໃຫຍ່ຄັ້ງນີ້, ມີ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ສະຫາຍ ເຈິ່ນ ເກິມ ຕູ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາຂັ້ນສູນກາງ ການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ບັນດາເຫດການສຳຄັນຂອງຊາດ (2023-2025) ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດ ສູນກາງ ແລະ ສະຫາຍເລຂາຄະນະບໍລິຫານງານພັກນະຄອນຫຼວງຮ່າໂນ້ຍ.
ຮ່ວມລາຍການຊ້ອມໃຫຍ່ລະດັບຊາດ ມີບັນດາສະຫາຍພະນັກງານ, ນັກຮົບ ແລະ ຜູ້ແທນຈາກບັນດາຊັ້ນຄົນຕ່າງໆເຂົ້າຮ່ວມຫຼາຍກວ່າ 40,000 ຄົນ; ໃນນັ້ນ, ປະຕິບັດໜ້າທີ່ຢູ່ສະໜາມຫຼວງບາດິ່ງ ມີ 6 ກຳລັງ ປະກອບດ້ວຍ: ກອງກຳລັງແຫ່ທວນໄຟ ທີ່ເປັນມູນເຊື້ອ ແລະ ການປ້ອງກັນໄຟ; ກອງກຳລັງປືນໃຫຍ່; ກອງກຳລັງທະຫານອາກາດ ບິນເພື່ອຂໍ່ານັບຮັບຕ້ອນ; ກອງກຳລັງສວນສະໜາມ, ແຫ່ຂະບວນ ຊຶ່ງມີກ້ອນກຳລັງຄື: ກ້ອນກຳລັງກອງກຽດຕິຍົດ 4 ກ້ອນ, ກ້ອນກຳລັງຂອງກອງກຳລັງຕິດອາວຸດປະຊາຊົນ (26 ກ້ອນກຳລັງຂອງບັນດາກົມກອງຂອງທະຫານ, 17 ກ້ອນກຳລັງຂອງກົມກອງຕໍາຫຼວດ), ກ້ອນກຳລັງທະຫານຕ່າງປະເທດ (ກອງທັບຈີນ, ຣັດເຊຍ – ກູບາ, ລາວ ແລະ ກຳປູເຈຍ); ກອງກໍາລັງຈັດພາບ ແລະ ຈັດຕົວອັກສອນ.
(ຂ່າວ: ສຸກສະຫວັນ)