ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສຳເລັດລົງໃນວັນທີ 27 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາສະຫາຍຜູ້ແທນສົມບູນ ຈໍານວນ 220 ສະຫາຍ, ຍິງ 72 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມ ໄດ້ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນເອກະສານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ 5 ປີຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ II ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສ, ຖືກຕ້ອງ, ເລິກເຊິ່ງ, ສ່ອງແສງເຖິງຄວາມເປັນຈິງ ແລະ ເຫັນໄດ້ເຖິງສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ພ້ອມກັນນັ້ນ ກໍເປັນເອກະພາບກ່ຽວກັບທິດທາງ ແລະ ວິທີການແກ້ໄຂບັນຫາຕ່າງໆ ເພື່ອສາມາດປະຕິບັດໃນຊຸມປີຕໍ່ໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້, ໃຫ້ປາກົດຜົນເປັນຈິງ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຈາກບັນດາສະຫາຍຜູ້ຕາງໜ້າໜ່ວຍພັກ ບັນດາກົມວິຊາການ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າຄະນະພັກຮາກຖານລັດວິສາຫະກິດ ຈໍານວນໜຶ່ງ.

ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ຊຸດໃໝ່ ຈໍານວນ 23 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ເປັນເອກະສັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈໍານວນ 7 ສະຫາຍ, ເລືອກເອົາ ສະຫາຍ ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍ ແກ້ວວິສຸກ ໂສລະພົມ ເປັນຮອງເລຂາຄະນະພັກ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ເປັນປະທານກວດກາພັກ, ສະຫາຍ ນາງ ສຸພາລັກ ສີລາເພັດ ແລະ ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງປະທານກວດກາພັກ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ໃຫ້ທິດຊີ້ນໍາອັນສໍາຄັນໃຫ້ແກ່ຄະນະພັກ ແລະ ບັນດາຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວສະມາຊິກພັກ-ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອພ້ອມກັນສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງໃນການສ້າງ ແລະ ປັບປຸງນິຕິກໍາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ, ປັບປຸງກົນໄກວິທີການຄຸ້ມຄອງ, ນໍາໃຊ້ເຄື່ອງມືເຕັກໂນໂລຊີໃໝ່ທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດທີ່ກໍານົດໄວ້; ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ, ບໍາລຸງກໍ່ສ້າງພະນັກງານໃຫ້ມີຄຸນນະພາບສູງ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່ເພື່ອກ້າວເຂົ້າສູ່ເສດຖະກິດດິຈິຕອນ ຢ່າງມີປະສິດທິຜົນສູງ.
ຂ່າວ: ອະນຸກໍາມະການຂະບວນການ-ໂຄສະນາຂ່າວສານ