Home ຂ່າວການເມືອງ ສະຫວັນະເຂດ ປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມໃຫຍ່ ແລະ ທາບທາມ ຮອບທີ 2

ສະຫວັນະເຂດ ປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມໃຫຍ່ ແລະ ທາບທາມ ຮອບທີ 2

0

————————–

ທີ່ຫໍວັດທະນະທຳໄກສອນພົມວິຫານ, ໃນວັນທີ 18 ສິງຫານີ້ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມໃຫຍ່ 3 ບົດ (ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 5 ປີຜ່ານມາ) ພ້ອມທັງທາບທາມບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນຮອບທີ 2 ແລະ ທາບທາມເປົ້າໝາຍອອກຮັບສະໝັກເລືອກຕັ້ງປັນກຳມະການປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາພັກແຂວງ ໃນຮອບທີ 1. ພາຍໃຕ້ການໃຫ້ກຽດເປັນປະທານກອງປະຊຸມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະບໍລິຫານງານພັກນະຄອນ-ເມືອງເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມ ແລະ ມີຄໍາເຫັນຊີ້ນໍາວ່າ: ກອງປະຊຸມທາບທາມຄະນະບໍລິຫານງານພັກແຂວງ ຮອບ 2 ຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນ, ຊຶ່ງໄດ້ສຸມໃສ່ເນື້ອໃນສໍາຄັນຄື: ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 5 ປີຜ່ານມາ, ພ້ອມດຽວກັນນີ້ ກໍໄດ້ຜ່ານມາດຕະຖານ-ເງື່ອນໄຂຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ມາດຕະຖານ-ເງື່ອນໄຂຂອງປະທານ-ຮອງປະທານຄະນະກວດກາພັກແຂວງ, ລວມທັງແນະນຳລະບຽບ, ຫຼັກການ ແລະ ວິທີລົງຄະແນນສຽງໃສ່ບັດທາບທາມ ແລະ ດຳເນີນການທາບທາມຄະນະບໍລິຫານງານພັກແຂວງ (ຮອບ 2). ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ, ເປັນຂີດໝາຍປະຫວັດສາດໃນຊີວິດການ ເມືອງຂອງທົ່ວສະມາຊິກພັກ-ພະນັກງານ, ກໍາລັງປະກອບອາວຸດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງສະຫວັນນະເຂດ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສະຫາຍຜູ້ແທນ ຈົ່ງໄດ້ຍົກສູງສະຕິຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງ, ຕໍ່ຈາກນັ້ນ ສະຫາຍ ແສນສັກ ສຸລິສັກ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ, ສະຫາຍ ລຳທອງ ຂອບສີລາວົງ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ. ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມໃນກອງປະຊຸມ ກໍໄດ້ມີການປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນຄົບຖ້ວນ ແລະເປັນທິດທາງໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ສຳເລັດຕາມຄາດໝາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version