ກຸ່ມປູກມອນລ້ຽງມ້ອນຂອງບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ໝູນໃຊ້ວັດຖຸດິບຈາກຕົ້ນມອນສ້າງເປັນຜະລິດຕະພັນຄຸນນະພາບອອກຈໍາໜ່າຍສູ່ສັງຄົມເປັນຕົ້ນ: ຊາໃບມອນ, ຂັນໝາກເບັງຝັກມ້ອນ, ນໍ້າໝັກໝາກມອນ, ວາຍໝາກມອນ ແລະ ອື່ນໆທີ່ສັງຄົມຕ້ອງການຫລາຍ ໂດຍສະເພາະແມ່ນປະເພດນໍ້າໝັກ ແລະ ວາຍ ແມ່ນຜະລິດຕະພັນທີ່ຂາຍດີໂດຍສະເພາະໄລຍະເທສະການວັນສໍາຄັນຕ່າງໆ.
ທ່ານ ຄໍາອຸ້ຍ ບົວລະພາ ເວົ້າສູ່ຟັງໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທໍາແຫ່ງຊາດ ວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ມີຜູ້ປະກອບການຢ່າງຫລວງຫລາຍ, ໜຶ່ງໃນນັ້ນກໍ່ມີສິນຄ້າຂອງພວກເຮົາມາວາງຈໍາໜ່າຍ ເຊິ່ງສິນຄ້າທີ່ນໍາມາໃນຄັ້ງນີ້ແມ່ນຜະລິດຈາກຕົ້ນມອນກວ່າ 14 ຊະນິດສິນຄ້າ ເພື່ອສຸຂະພາບ ເປັນຕົ້ນ ຊາຂີ້ມ້ອນ, ຊາຝຸ່ນມ້ອນ, ຊາໃບມອນ, ນໍ້າໝາກມອນ, ໝາກເບັງເຮັດດ້ວຍຝັກມ້ອນຢ່າງສວຍງາມ, ເຫລົ້າດອງໂຕມ້ອນ, ວາຍໝາກມອນ, ດັກແດ່ແຫ້ງ ແລະ ອື່ນໆ, ທັງນີ້ກໍເພື່ອເປັນການສົ່ງເສີມກຸ່ມປູກມອນລ້ຽງມ້ອນໃຫ້ມີລາຍຮັບຢ່າງຕໍ່ເນື່ອງຈຶ່ງໄດ້ແປຮູບມາເປັນຜະລິດຕະພັນສິນຄ້າຄຸນນະພາບປອດສານພິດຕ່າງໆອອກມາສູ່ສັງຄົມໄດ້ບໍລິໂພກເຊິ່ງສິນຄ້າດັ່ງກ່າວ ເລີ່ມຜະລິດມາແຕ່ປີ 2000 ເປັນຕົ້ນມາ, ຕົກມາປີ 2015 ກຸ່ມຜະລິດຕະພັນປູກມອນລ້ຽງມ້ອນຂອງພວກເຮົາໄດ້ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອ ດັອບ) ຂອງເມືອງແກ້ວອຸດົມ. ມາຮອດປັດຈຸບັນມີສະມາຊິກກຸ່ມທັງໝົດ 8 ຄອບຄົວໂດຍມີການແບ່ງໜ້າວຽກກັນແຕ່ລະກຸ່ມຄື ມີກຸ່ມໜຶ່ງລ້ຽງມ້ອນ, ກຸ່ມເຮັດສວນມອນ, ສາວໄໝ, ປຸງແຕ່ງຜະລິດຕະພັນ, ຜະລິດນໍ້າໝາກມອນ, ເຮັດຊາຍອດມອນ ແລະ ອື່ນໆຕາມໜ້າທີ່ຂອງໃຜລາວ. ເຖິງແນວໃດກໍດີ, ເມື່ອຜະລິດອອກມາແລ້ວຕະ ຫລາດຮອງຮັບແມ່ນສໍາຄັນເຊິ່ງກຸ່ມຂອງພວກເຮົາມີສາຂາຈໍາໜ່າຍຢູ່ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ຄໍາມ່ວນ, ແຫລ່ງທ່ອງທ່ຽວໜ້າເຂື່ອນອ່າງນ້ໍາງື່ມ 1ແລະ ວາງຈໍາໜ່າຍໃນງານເທສະການ ແລະ ວັນສໍາຄັນຕ່າງໆ ຂອງເມືອງຂອງແຂວງ ແລະ ນະຄອນຫລວງ, ສໍາລັບລາຄາເລີ່ມຕົ້ນຜະລິດຕະພັນແມ່ນ 30.000 ກີບ ໄປຫາ 8.000.000 ກີບ ໂດຍສະເພາະແມ່ນໝາກເບັງຈະລາຄາແພງກວ່າໝູ່. ນອກຈາກເຮັດຜະລິດຕະພັນອອກມາຈໍາໜ່າຍແລ້ວ ທາງກຸ່ມຂອງພວກເຮົາຍັງເນັ້ນໃສ່ການຜະລິດເສັ້ນໄໝໃຫ້ຫລາຍຂຶ້ນເພື່ອເປັນການຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.

ທ່ານ ຄໍາອຸ້ຍ ເວົ້າຕື່ມວ່າ: ພາຍຫລັງທີ່ຫັນປ່ຽນຈາກການຖາງປ່າເຮັດໄຮ່ມາປູກມອນຜະລິດເປັນສິນຄ້າ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂຶ້ນຕ່າງຈາກເມື່ອກ່ອນຫລາຍ, ມີເງິນສົ່ງເສີມລູກຮ່ໍາຮຽນໜັງສື, ມີເງິນແຮ່ໄວ້ຍາມສຸກເສີນ, ສາມາດຊື້ລົດໄດ້, ມີບ່ອນພັກອາໄສຖາວອນ ເຫລົ່ານີ້ເປັນຕົ້ນ.ສໍາລັບຜະລິດຕະພັນເຮົາແມ່ນ ສິນຄ້າປອດສານພິດທີ່ຜະລິດຈາກວັດຖຸດິບທໍາມະຊາດ ທັງນີ້ກໍເພື່ອໃຫ້ລູກຄ້າທຸກ ທ່ານທີ່ຊື້ສິນຄ້າຈາກພວກເຮົາໄປດື່ມມີສຸຂະພາບດີເປັນຕົ້ນຊາຂີ້ມ້ອນ, ຊາຍອດມອນ ແມ່ນຫລຸດຕັ້ງຊົງ, ຫລຸດໄຂມັນ, ບໍາລຸງສາຍຕາ, ນອນຫລັບ, ກິນເຂົ້າແຊບ ແລະ ອື່ນໆ ກໍລ້ວນແຕ່ມີປະໂຫຍດຕໍ່ຮ່າງກາຍ, ຂັບໄລ່ສານພິດສິ່ງທີເວົ້າມານີ້ແມ່ນມີໃບຢັ້ງຢືນ ຈາກສິ່ງແວດລ້ອມ,ໃບຢັ້ງຢືນ ອຍ ຈາກກະຊວງສາທາລະນະສຸກ. ສະນັ້ນຖ້າລູກຄ້າທ່ານໃດສົນໃຈຜະລິດຕະພັນສິນຄ້າໂອດັອບຂອງກຸ່ມພວກເຮົາເພື່ອດື່ມເອງ ຫລື ເພື່ອເປັນຂອງຕ້ອນຂອງຝາກ ກໍສາມາດຕິດຕໍ່ໄດ້ທີ່ເບີໂທ: 020 5581 6046,030 909 4908 ຫລື ເບີວອດແອບ 020 5504 0813.