ໃນເດືອນກໍລະກົດ ແລະ ສິງຫາ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເຝິກອົບຮົມຫົວຂໍ້ໃໝ່ ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນ 3 ວິທະຍາໄລຄູ. ກິດຈະກໍານີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນທຸກຄົນໃນລະບົບການສຶກສາ. ເປົ້າໝາຍແມ່ນແນໃສ່ເຝິກອົບຮົມໃຫ້ແກ່ນັກສຶກສາຕໍ່ເນື່ອງພາກພັກແລ້ງ ຈຳນວນ 737 ຄົນ ທີ່ກໍາລັງຮຽນໃນວິທະຍາໄລຄູຄັງໄຂ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ.
ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ໃຫ້ຄຳເຫັນວ່າ: “ຄູມີບົດບາດສໍາຄັນໃນການປົກປ້ອງເດັກ ໂດຍການເປັນຜູ້ນຳ, ໃຫ້ການສະໜັບສະໜູນ ແລະ ເຂົ້າໃຈພາລະບົດບາດຂອງຕົນ. ສະພາບແວດລ້ອມການຮຽນຮູ້ທີ່ພວກເຂົາສ້າງຂຶ້ນ ມີຜົນກະທົບໂດຍກົງຕໍ່ຄວາມປອດໄພ ແລະ ສະຫວັດດີພາບຂອງນັກຮຽນ. ເມື່ອເດັກຮູ້ສຶກປອດໄພ, ພວກເຂົາຈະມີໂອກາດສຳເລັດຫຼາຍຂຶ້ນໃນການຮຽນ.”

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເນັ້ນໜັກກ່ຽວກັບການຮ່ວມມືຢ່າງຕໍ່ເນື່ອງວ່າ: “ເມື່ອເຮັດວຽກກັບເດັກນ້ອຍ, ພວກເຮົາມີພາລະບົດບາດຮ່ວມກັນໃນການປົກປ້ອງສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າ. ພວກເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສະໜັບສະໜູນການພັດທະນາ ‘ເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກສຳລັບ’ ຢ່າງເປັນທາງການ, ພ້ອມທັງເຝິກອົບຮົມຄູໃນຫົວຂໍ້ສຳຄັນນີ້.”
ການເຝິກອົບຮົມໃນປີ 2025 ນີ້ ໄດ້ຮັບການນໍາພາໂດຍທີມຄູເຝິກ 17 ທ່ານ ຈາກທີມສະເພາະກິດດ້ານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ຂອງ 3 ວິທະຍາໄລຄູ. ນອກຈາກການຍົກສູງຄວາມຮັບຮູ້ໃຫ້ແກ່ນັກຮຽນຕໍ່ເນື່ອງພາກພັກແລ້ງ, ການເຝິກອົບຮົມນີ້ ຍັງເປັນໂອກາດອັນດີໃນການທົດລອງໃຊ້ “ຄູ່ມືເຝິກອົບຮົມການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ” ແລະ ສ້າງທັກສະການເຝິກອົບຮົມຂອງທີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ.
ກອງປະຊຸມສຳມະນາແບບມີສ່ວນຮ່ວມ 2 ວັນ ທີ່ຈັດຂຶ້ນໂດຍແຕ່ລະວິທະຍາໄລຄູ ໄດ້ນໍາໃຊ້ເກມ, ການສະແດງບົດບາດສົມມຸດ, ກໍລະນີສຶກສາ ແລະ ການສົນທະນາກຸ່ມ ເພື່ອສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຄົ້ນຫາແນວຄວາມຄິດຫຼັກກ່ຽວກັບການປົກປ້ອງເດັກ ເຊັ່ນ: ການສື່ສານຢ່າງເຄົາລົບ, ການປະຕິບັດທີ່ປອດໄພ ແລະ ການຮຽນຮ່ວມຫ້ອງຮຽນ, ການໃຊ້ສື່ອີເລັກໂຕຣນິກຢ່າງມີຄວາມຮັບຜິດຊອບ ແລະ ການຈຳແນກ ແລະ ປ້ອງກັນການລ່ວງລະເມີດ, ການຂູດຮີດ, ແລະ ການລົບກວນ. ຫົວຂໍ້ທີ່ລະອຽດອ່ອນ ເຊັ່ນ: ການໃຊ້ເຫຼົ້າ ແລະ ສານເສບຕິດ, ການຖ່າຍວິດີໂອ ແລະ ຮູບພາບເດັກ ແລະ ຄວາມຮັບຮູ້ກ່ຽວກັບທີ່ສົ່ງເສີມການຮຽນຮ່ວມ ໄດ້ຖືກນຳສະເໜີໃນລັກສະນະທີ່ເຄົາລົບວັດທະນະທຳ.
ທ່ານ ນາງ ວາເນັດຊາ ເຮັກກາທີ ກ່າວຕື່ມວ່າ: “ການປົກປ້ອງເດັກ ແມ່ນພັນທະຂອງທຸກຄົນ. ພວກເຮົາຫວັງວ່າ ‘ເອກະສານແນະນຳການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ’ ຈະຍັງເປັນແຫຼ່ງຂໍ້ມູນສຳຄັນສຳລັບຄູ ແລະ ນັກສຶກສາທຸກຄົນທີ່ເຮັດວຽກກັບເດັກ, ເພື່ອຊ່ວຍສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ສ້າງພື້ນທີ່ສຳລັບເດັກທຸກຄົນ. ການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ຂອງພວກເຮົາຈະສືບຕໍ່ສຸມໃສ່ການຮັບປະກັນວ່າ ຫຼັກການເຫຼົ່ານີ້ຈະຖືກບູລະນະໃສ່ໃນລະບົບການສຶກສາ.”