ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມລັດຖະມົນຕີກະຊວງກະສິກຳ ຈີນ-ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 4ໄດ້ຈັດຂຶ້ນຢູ່ນະຄອນອິນຊອນ ຂອງ ສ ເກົາຫລີ ເມື່ອບໍ່ດົນມານີ້. ລັດຖະມົນຕີ ກະຊວງກະສິກຳ ຈາກ 3 ປະເທດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ລັດຖະມົນຕີ ກະຊວງກະສິກຳ ຈີນ-ຍີ່ປຸ່ນ- ສ ເກົາຫລີ ໄດ້ຈັດຂຶ້ນອີກຄັ້ງ ຫລັງຈາກຍຸດຕິ ເປັນເວລາ 7 ປີ, ກອງປະຊຸມ ຄັ້ງຜ່ານມາ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນໃນເດືອນພະຈິກປີ 2018. ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີ ກະສິກຳ ຈາກ 3 ປະເທດ ໄດ້ປຶກສາຫາລື ກ່ຽວກັບ 6 ຫົວຂໍ້ ຕົ້ນຕໍ ເຊັ່ນ: ຄວາມປອດໄພ ດ້ານສະບຽງ ອາຫານ,ການປ້ອງກັນ ແລະ ຄວບຄຸມ ການລະບາດ ຂອງພະຍາດ ສັດລ້ຽງ, ກະສິກຳ ແບບຍືນຍົງ, ຄວາມຈະເລີນ ຂອງຊົນນະບົດ, ການຮ່ວມມື ດ້ານມໍລະດົກ ທາງກະສິກຳ ທີ່ສຳຄັນຂອງໂລກ ແລະ ການຮ່ວມມືຂອງໂລກ ພ້ອມທັງ ໄດ້ແລກປ່ຽນ ຄຳຄິດຄຳເຫັນ ກ່ຽວກັບ ທິດທາງ ການຮ່ວມມື ໃນຕໍ່ໜ້າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ