Home ຂ່າວໜ້າໜຶ່ງ ລາວ-ສິງກະໂປ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ສິງກະໂປ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວິວຽນ ບາລາຄຣິສນານ (Dr.Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນລະຫວ່າງວັນທີ 11-12 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດກໍຄືລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນວັນທີ 11 ສິງຫາ 2025, ທີ່ກະຊວງການຕ່າງປະເທດສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ສິງກະໂປ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ, ພ້ອມທັງວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 51 ປີຜ່ານມາທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມລະຫ່ວາງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ລວມເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດນັບມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງສະບຽງອາຫານ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສົ່ງອາສາສະມັກສິງກະໂປມາລາວ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. ພິເສດ, ສອງຝ່າຍໄດ້ຕີລາຄາສູງຕໍ່ການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2024 ຜ່ານມາ ທີ່ເຕັມໄປດ້ວຍບັນຍາ ກາດຟົດຟື້ນ ແລະ ມີເນື້ອໃນ. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນແລະ ສາກົນຈຳນວນໜຶ່ງ.

ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາເປັນຕົ້ນແມ່ນການພັດທະນາຊັບພະຍາ ກອນມະນຸດຜ່ານທຶນຝຶກອົບຮົມຕ່າງໆ. ພ້ອມນີ້, ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ອວຍ ພອນໃຫ້ປະຊາຊົນສິງກະໂປຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ວັດຖະນາຖາວອນໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ໃນວັນທີ 9 ສິງຫາ 2025 ຜ່ານມາ.

(ຂ່າວ: ກຕທ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version