Home ຂ່າວຕ່າງປະເທດ WMO ເຕືອນ ຄື້ນຄວາມຮ້ອນຮຸ່ນແຮງ ສົ່ງຜົນກະທົບຕໍ່ຜູ້ຄົນທົ່ວໂລກ

WMO ເຕືອນ ຄື້ນຄວາມຮ້ອນຮຸ່ນແຮງ ສົ່ງຜົນກະທົບຕໍ່ຜູ້ຄົນທົ່ວໂລກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ສິງຫາ ຜ່ານມາວ່າ: ເມື່ອບໍ່ດົນນີ້, ອົງການອຸຕຸນິຍົມວິທະຍາໂລກ (WMO) ເຕືອນວ່າ: ຄື້ນຄວາມຮ້ອນທີ່ຮ້າຍແຮງກຳລັງສົ່ງຜົນກະທົບຕໍ່ຜູ້ຄົນຫຼາຍລ້ານຄົນໃນທົ່ວໂລກ ເນື່ອງຈາກໄຟໄໝ້ປ່າ ແລະ ຄຸນນະພາບອາກາດທີ່ບໍ່ດີທະວີຄວາມຮຸ່ນແຮງຂອງສະພາວະດັ່ງກ່າວ ຊຶ່ງຕອກຢໍ້າຄວາມສໍາຄັນຂອງການແຈ້ງເຕືອນໄພລ່ວງໜ້າ ແລະ ແຜນປະຕິບັດງານກ່ຽວກັບຄື້ນຄວາມຮ້ອນ – ສຸຂະພາບຫຼາຍຂຶ້ນ. ໂດຍຂໍ້ມູນຈາກສະມາ ຊິກຂອງອົງການດັ່ງກ່າວຊີ້ໃຫ້ເຫັນວ່າ: ຄື້ນຄວາມຮ້ອນ ແລະ ອຸນຫະພູມໃນຫຼາຍພາກພື້ນເພີ່ມສູງຂຶ້ນທຳລາຍສະຖິຕິຫຼາຍຄັ້ງ.

ໂຄງການຕິດຕາມການປ່ຽນແປງສະພາບດິນຟ້າອາກາດໂຄເປີນິຄັສ (C3S) ຂອງສະຫະພາບເອີຣົບ (EU) ລາຍງານວ່າ: ເດືອນກໍລະກົດ 2025 ເປັນເດືອນກໍລະກົດທີ່ອາກາດຮ້ອນທີ່ສຸດເປັນອັນດັບ 3 ຂອງໂລກ, ຖັດຈາກເດືອນກໍລະກົດ 2023 ແລະ ເດືອນກໍລະກົດ 2024. ຂະນະທີ່ອຸນຫະພູມໃນທະເລສະເລ່ຍແມ່ນສູງທີ່ສຸດເປັນອັນດັບ 3 ຂອງສະຖິຕິ, ສ່ວນປະລິມານນ້ຳກ້ອນໃນທະເລອາກຕິກຢູ່ໃນລະດັບຕໍ່າສຸດເປັນອັນດັບສອງໃນບົດບັນທຶກດາວທຽມໄລຍະ 47 ປີ ຊຶ່ງເກືອບເທົ່າກັບປີ 2012 ແລະ ປີ 2012.

ຄື້ນຄວາມຮ້ອນຂອງເດືອນກໍລະກົດໃນເອີຣົບສົ່ງຜົນກະທົບຮ້າຍແຮງຕໍ່ປະເທດຊູແອດ ແລະ ແຟງລັງ ຊຶ່ງວັດແທກອຸນຫະພູມໄດ້ສູງເກີນ 30 ອົງສາ ຊຶ່ງເປັນໄລຍະເວລາທີ່ຍາວນານຜິດປົກກະຕິ. ໃນຂະນະດຽວກັນ, ພາກຕາເວັນອອກສ່ຽງໃຕ້ຂອງເອີຣົບໄດ້ປະເຊີນກັບຄື້ນຄວາມຮ້ອນ ແລະ ໄຟປ່າ.

ໃນອາທິດທີ່ຜ່ານມາ, ບາງພື້ນທີ່ຂອງອາຊີຕາເວັນຕົກ, ອາຊີກາງພາກໃຕ້, ສ່ວນໃຫຍ່ຂອງອາຟຣິກາເໜືຶອ, ພາກໃຕ້ຂອງປາກິດສະຖານ ແລະ ພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ອາເມຣິກາ ໄດ້ວັດແທກອຸນຫະພູມສູງເກີນ 42 ອົງສາ, ໃນຂະນະບາງພື້ນທີ່ສູງເກີນ 45 ອົງສາ.

ຕາເວັນຕົກສຽງໃຕ້ຂອງອີຣ່ານ ແລະ ພາກຕາເວັນອອກຂອງອີຣັກ ວັດແທກອຸນຫະພູມໄດ້ສູງເກີນ 50 ອົງສາ ຊຶ່ງສົ່ງຜົນກະທົບຕໍ່ໄຟຟ້າ ແລະ ນ້ຳປະປາ, ການສຶກສາຂອງເດັກນ້ອຍໃນໂຮງຮຽນ ແລະ ການເຮັດວຽກຂອງແຮງງານ. ໂດຍການພະຍາກອນອາກາດຄາດຄະເນວ່າພາກພື້ນເຫຼົ່ານີ້ຈະສືບຕໍ່ປະສົບກັບຄື້ນຄວາມຮ້ອນໃນອາທິດນີ້.

ທ່ານ ໂອມາຣ ບັດດູຣ ຫົວໜ້າອົງການຕິດຕາມກວດກາດິນຟ້າອາກາດ ຂອງ WMO ກ່າວວ່າ: ປົກກະຕິແລ້ວການສົມທົບກັນຂອງຄື້ນຄວາມຮ້ອນທີ່ຮ້າຍແຮງຢູ່ໃກ້ກັບພື້ນດິນ ແລະ ອາກາດເຢັນໃນຊັ້ນບັນຍາກາດສູງໃນລະດູຮ້ອນ ອາດເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມກະທັນຫັນຮຸ່ນແຮງໃນພື້ນທີ່ປະເທດທີ່ສູງ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ອົງການດັ່ງກ່າວລະບຸຕື່ມວ່າ: ຄື້ນຄວາມຮ້ອນທີ່ຮ້າຍແຮງໄດ້ເພີ່ມທະວີຄວາມຮຸ່ນແຮງຂອງໄຟໄໝ້ປ່າ, ເຮັດໃຫ້ມີຜູ້ບາດເຈັບ, ເສຍຊີວິດ ແລະ ຄຸນນະພາບອາກາດຮ້າຍແຮງຂຶ້ນ. ໂດຍໄຟໄໝ້ປ່າໃນໄຊປຣັສ, ເກຣັກ ແລະ ຕວັກກີ ໄດ້ເຮັດໃຫ້ປະຊາຊົນຫຼົບໜີຈາກບ້ານເຮືອນຂອງພວກເຂົາ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ. ໃນຂະນະໄຟໄໝ້ປ່າໃນການາດາໃນທ້າຍເດືອນກໍລະກົດ – ຕົ້ນເດືອນສິງຫາ ເຮັດໃຫ້ຄຸນນະພາບອາກາດຂອງຫຼາຍເຂດ ລວມທັງບາງສ່ວນຂອງ ສະຫະລັດ ອາເມຣິກາ ຮ້າຍແຮງຂຶ້ນ.

ທັງນີ້, ອົງການ ແລະ ສະມາຊິກ ມີຄວາມມຸ່ງໝັ້ນໃນການປັບປຸງລະບົບເຕືອນໄພຄື້ນຄວາມຮ້ອນລ່ວງໜ້າໃຫ້ດີຍິ່ງຂຶ້ນ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທຸກລະດັບເພື່ອກ້າວໄປເຖິງແຜນການດຳເນີນງານກ່ຽວກັບຄື້ນຄວາມຮ້ອນ – ສຸຂະພາບ ຕໍ່ໄປດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version