ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂໃນວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນສຳຄັນວ່າ: ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາ ຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ; ກອງປະຊຸມໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆ ນີ້ ເວົ້າສະເພາະແມ່ນ ກໍາລັງປ້ອງກັນຄວາມສະຫງົບ ພວມສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ຕິດພັນກັບບັນດາມະຕິກອງປະຊຸມໃຫຍ່, ກອງປະຊຸມຄົບຄະນະຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ທັງສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ຈາກນັ້ນ, ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃຫ້ຮູ້ວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄົ້ນຄວ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ອອກເປັນອັນລະອຽດ ເຊິ່ງໄດ້ກໍານົດເປັນ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການ ແລະ 1 ວາລະແຫ່ງຊາດ, ໄດ້ກໍານົດເປັນແຜນດໍາເນີນເປັນແຕ່ລະໄລຍະ ນັບແຕ່ປີ 2021-2025 ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ຂອງບັນດາກົມກອງ ໃຫ້ຫັນເປັນຍຸດທະສາດ ກໍຄືແຜນງານໃຫຍ່ດັ່ງກ່າວ ເປັນມະຕິນໍາພາ, ເປັນແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຂອງຕົນ ໃນແຕ່ລະໄລຍະ. ພ້ອມທັງ ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນສໍາເລັດ, ສະແດງອອກ ວຽກງານພັກ-ວຽກງານການເມືອງ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນແມ່ນ ນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ເອກະສານອື່ນໆ ທີ່ສໍາຄັນ; ປັບປຸງພາຫະນະເຕັກນິກຮັບໃຊ້ວຽກງານສື່ປ້ອງກັນຄວາມສະຫງົບ ເຊັ່ນ: ໂທລະພາບ, ວິທະຍຸ, ສື່ສິ່ງພິມຕ່າງໆ ມີຄຸນນະພາບດີຂຶ້ນ; ຜ່ານການສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຫັນວ່າສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຮັກສາໄດ້ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ; ວຽກງານພັກ ໄດ້ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາ, ຄົ້ນຄວ້າຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງສູນກາງພັກ ມາເປັນອັນສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ. ໃນ 5 ປີຜ່ານມາ, ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆ ກັນ ໃນນີ້, ໄດ້ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ກາຍເປັນໜ້າທີ່ໃຈກາງໃນການນໍາພາກໍ່ສ້າງພັກ ຕິດພັນກັບວຽກງານກໍ່ສ້າງກໍາລັງໃຫ້ມີລະບຽບວິໄນ, ມີຄວາມເຂັ້ມແຂງ ແລະ ທັນສະໄໝ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບຳລຸງ-ກໍ່ສ້າງກໍາລັງໃຫ້ມີຄວາມຮູ້ ຄວາມສາມາດ, ຊຳນິຊຳນານທາງດ້ານວິຊາສະເພາະ, ສອດຄ່ອງກັບຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງກໍາລັງປ້ອງກັນຄວາມສະຫງົບ, ຖືເອົາຄຸນນະພາບເປັນກົກ, ສ້າງກຳລັງທາງດ້ານທິດສະດີ ຕິດພັນກັບພຶດຕິກຳວຽກງານຕົວຈິງຢູ່ຮາກຖານ; ປະຕິບັດແຜນກໍ່ສ້າງພະນັກງານນໍາພາສືບທອດປ່ຽນແທນແຕ່ລະຂັ້ນ ຕາມທິດຊີ້ນໍາຂອງສູນກາງພັກ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານວິຊາສະເພາະ ຢ່າງມີຜົນສໍາເລັດຮອບດ້ານ ເຊິ່ງໄດ້ສະແດງອອກເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຜ່ານການຈັດຕັ້ງປະຕິບັດ ປັດຈຸບັນ ອົງຄະນະພັກກະຊວງ ມີ 14 ອົງຄະນະພັກ ແລະ 3 ໜ່ວຍພັກຮາກຖານຂຶ້ນກັບ, ມີຮາກຖານພັກທັງໝົດ 380 ໜ່ວຍພັກ, ທຽບໃສ່ປີ 2020 ເພີ່ມຂຶ້ນ 109 ໜ່ວຍພັກ ເທົ່າກັບ 29%, ຂະຫຍາຍສະມາຊິກພັກໃໝ່ໄດ້ 2.284 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 23%.
ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຈະສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ເຊີດຊູບົດບາດການນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ; ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີແບບແຜນທັນສະໄໝ; ມີຄວາມຮູ້ ຄວາມສາມາດ, ຊຳນິຊຳນານທາງດ້ານວິຊາສະເພາະ-ວິຊາການ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີສະຕິສູ້ຮົບສູງ; ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ສືບຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມ; ເປັນເຈົ້າການປ້ອງກັນສະກັດກັ້ນ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ, “ເອົາການສືບສວນຂັ້ນພື້ນຖານເປັນກົກ, ການກໍານົດເປົ້າໝາຍຕໍ່ສູ້ເປັນສໍາຄັນ, ການສ້າງລາຍຄະດີສະເພາະເປັນປັດໄຈຕັດສິນ” ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ; ຍົກສູງຄຸນນະພາບການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ມີແບບແຜນນໍາພາ-ບັນຊາ ທີ່ມີວິທະຍາສາດ ແລະ ທັນສະໄໝ; ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆ ໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການລ້ຽງດູກຳລັງ ຕາມທິດນໍາຂອງພັກ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ ແລະ ມີປະສິດທິຜົນ; ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບກໍາລັງ ປກສ ບັນດາປະເທດເພື່ອນມິດຍຸດທະສາດ, ກຳນົດຄູ່ຮ່ວມມື ໃຫ້ຖືກຕ້ອງເໝາະສົມ ແລະ ມີຈຸດສຸມ ໃນເງື່ອນໄຂສະພາບການໃໝ່ ກໍຄືສະເພາະໜ້າ ແລະ ຍາວນານ.
ໃນກອງປະຊຸມ ບັນດາຄະນະຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນ ໃສ່ເນື້ອໃນຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ເນື້ອໃນບົດລາຍງານຄົບຖ້ວນສົມບູນ ເພື່ອສືບຕໍ່ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຜົນສໍາເລັດ.
ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຄະນະຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ແລະ ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕາງໜ້າຄະນະພັກຂັ້ນເທິງ.