Home ຂ່າວກິລາ ຄວາມຄືບໜ້າຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII

ຄວາມຄືບໜ້າຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII

0

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກີລາຄົນພິການແຫ່ງຊາດ ຄັ້ງທີ IV ຈັດຂຶ້ນໃນວັນທີ 4 ສິງຫາ 2025 ຢູ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍທ່ານຮອງລັດຖະມົນຕີ ທ່ານຮອງເຈົ້າຄອງ ທ່ານຄະນະຮັບຜິດຊອບລະດັບຊາດ ບັນດາຫົວໜ້າ-ຮອງຫົວໜ້າກໍາມະການຝ່າບຕ່າງໆ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ຕາງໜ້າກອງເລຂາ ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ໄດ້ຂຶ້ນລາຍງານຄວາມຄືບໜ້າການປະຕິບັດໜ້າວຽກ ໃນການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ໃນໄລຍະທີ 1 ແລະ ແຜນໄລຍະທີ 2 ຕໍ່ກອງປະຊຸມດັ່ງກ່າວ ວ່າ:ວຽກທີ່ເຮັດໄດ້ ແລະ ສໍາເລັດ ຈັດເຝິກອົບຮົມ ເພື່ອແນະນໍາກໍາມະການຕ່າງໆ ໃນການສ້າງແຜນດດໍາເນີນງານຂອງຕົນ ໄດ້ສໍາເລັດການແຂ່ງຂັນອອກແບບສັນຍາລັກ ແລະ ສັດນໍາໂຊກ ໄດ້ລົງກວດກາ ແລະ ເກັບກຳຂໍ້ມູນສະຖານທີ່ແຂ່ງຂັນກີລາ ສະຖານທີ່ພັກສໍາລັບການນໍາ ແລະ ຂະບວນນັກກີລາທີ່ຈະເຂົ້າຮ່ວມແຂ່ງຂັນ ກຳນົດຮູບແບບ ລາຍການສະແດງ ແລະ ວາລະພິທີເປີດ-ປິດ ໄດ້ກຳນົດລາຍການ ວັນ ເວລາແຂ່ງຂັນ ແລະ ແຈ້ງການຫາບັນດາແຂວງ ແລະ ກະຊວງໃຫ້ລົງທະບຽນ ປະເພດກີລາ ແລະ ຈໍານວນຜູ້ເຂົ້າຮ່ວມແຂ່ງຂັນໂດຍລາຍຊື່.

ສໍາລັບວຽກຄົງຄ້າງທີ່ຍັງບໍ່ທັນສໍາເລັດ ເຊັ່ນ:ການກໍານົດ ການຈັດງານຖະແຫຼງຂ່າວ ຢູ່ ນວ ຮ່າງຂໍ້ກໍານົດ ວ່າດ້ວຍລະບຽບການໂຄສະນາ ການຕິດຕັ້ງປ້າຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ຄົ້ນຄວ້າ ແລະ ກຳນົດເນື້ອໃນຈໍານວນຈຸດການຕິດຕັ້ງປ້າຍໂຄສະນາ ໃນສະຖານທີ່ແຂ່ງຂັນ ແລະ ຕົວເມືອງ ຄົ້ນຄວ້າ ວິທີຈຸດທວນໄຟ ແລະ ຂໍ້ຕົກລົງອານຸກຳມະການຊ່ວຍວຽກຂອງ 6 ກຳມະການ.

ສ່ວນວຽກທີ່ຕ້ອງສືບຕໍ່ ແມ່ນປັບປຸງ ແລະ ສ້ອມແປງສະໜາມແຂ່ງຂັນ ຕັ້ງສູນອອກບັດໃຫ້ແຕ່ລະພາກສ່ວນ ລົງຕິດຕາມ ແລະ ກວດກາຄວາມພ້ອມສະຖານທີ່ພັກນັກກີລາ ແລະ ສະຖານທີ່ແຂ່ງຂັນແຕ່ລະປະເພດ ຕິດຕາມການຮັບສະໝັກ ສົ່ງລາຍຊື່ນັກກີລາແຕ່ລະປະເພດກີລາ ພ້ອມທັງຂຶ້ນແຜນງົບປະມານຂອງແຕ່ລະກຳມະການ ໃຫ້ສໍາເລັດໃນເດືອນ ສິງຫາ 2025 ນີ້ ການລົງທະບຽນຂອງການນໍາຂັ້ນແຂວງ ແລະ ຄະນະນັກກີລາຂອງແຕ່ລະພາກສ່ວນ ສ້າງແຜນຕິດຕາມການເຄື່ອນໄຫວຈັດຕັ້ງປະຕິບັດໜ້າວຽກຂອງແຕ່ລະກຳມະການ ອອກແຈ້ງການ ລະບຽບການໂຄສະນາ ການຕິດຕັ້ງປ້າຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ສືບຕໍ່ປັບປຸງລາຍການສະແດງພິທີເປີດ-ປິດ ແລະ ກຳມະການຝ່າຍຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດຕາມແຜນດໍາເນີນງານຂອງຕົ້ນ.

ສະເໜີອະນຸມັດຂໍ້ຕົກລົງ ວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ແລະ ຂໍ້ຕົກລົງວ່າດ້ວຍການຈັດສັນງົບປະມານ ໂດຍໄວ ເພື່ອເປັນບ່ອນອີງໃຫ້ແຕ່ລະກຳມະ ການຂຶ້ນແຜນ ສະເໜີໃຫ້ແຕ່ລະກຳມະການຝ່າຍຕ່າງໆ ແຕ່ງຕັ້ງຜູ້ປະສານງານຫຼັກ ເພື່ອປະສານງານ ສັງລວມບົດລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດຂອງກຳມະການຕົນ ໃຫ້ກອງເລຂາເປັນປະຈໍາ ສະເໜີໃຫ້ກຳມະການທີ່ບໍ່ທັນສຳເລັດການຮ່າງຂໍ້ຕົກລົງອະນຸກຳມະການຂອງຕົນ ໃຫ້ຮີບຮ້ອນສົ່ງໃຫ້ກອງເລຂາເພື່ອສະເໜີຂໍອະນຸມັດ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການນໍາສະເໜີເພີ່ມຕື່ມ ຈາກກຳມະການສິດທິປະໂຫຍດ ແລະ ລະດົມທຶນ ກຳມະການເຕັກນິກ-ຈັດການແຂ່ງຂັນ ກຳມະການພິທີການເປີດ-ປິດ ກໍາມະການປັບປຸງ ແລະ ສ້ອມແປງສະໜາມກີລາ ກຳມະການທີ່ພັກ ແລະ ອາຫານ ກຳມະການການແພດ ແລະ ສຸຂະພາບ ກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ກຳມະການໂຄສະນາ ແລະ ຂ່າວສານ ກອງປະຊຸມຍັງໄດ້ຕົກລົງຮອບຮອງເອົາ ຄໍາຂວັນ ໂລໂກ້ ແລະ ມາສຄ໋ອດ ຂອງງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ຮຽກຮ້ອງມາຍັງກໍາມະການຝ່າຍຕ່າງໆ ໃຫ້ກະກຽມແຜນດໍາເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ ກຳມະການເສດຖະກິດ ແລະ ລະດົມທຶນ ກຳມະການພິທີການເປີດ-ບີດ ທີ່ຕ້ອງໄດ້ວາງແຜນວຽກຂອງຕົນ ໃນການຈັດຕັ້ງປະຕິບັດ ແລະ ກຳມະການກອງເລຂາທີ່ເປັນຜູ້ສັງລວມ ແລະ ຊຸກຍູ້ກຳມະການຝ່າຍຕ່າງໆ ໃນວັນນີ້ເອງ ກໍແມ່ນກອງປະຊຸມທີ່ຄະນະຮັບຜິດຊອບໃນຂໍ້ຕົກລົງທັງສອງ ຈະໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນວ່າມີວຽກໃດທີ່ຕ້ອງໄດ້ເຮັດໄປຄຽງຄູ່ກັນ ໂດຍສະເພາະແມ່ນສະຖານທີ່ຈັດການແຂ່ງຂັນ ພິທີການເປີດ-ປິດ ນິຕິກຳດ້ານງົບປະມານ ຄໍາຂວັນ ໂລໂກ້ ສັນຍາລັກ ສັດນໍາໂຊກ ແລະ ວຽກໃດທີ່ເປັນວຽກສະເພາະຂອງເຕັກນິກ ທີ່ພັກຂອງຂະບວນນັກກີລາ ແລະ ວຽກສິດທິປະໂຫຍດ ເຊິ່ງພວກເຮົາຈະຕ້ອງໄດ້ຄົ້ນຄວ້າ ແລະ ຊອກຫາວິທີທາງ ໃນການປະຕິບັດວຽກງານດັ່ງກ່າວ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version