Home ຂ່າວການເມືອງ ລມຕ ກະຊວງການຕ່າງປະເທດລາວ- ຫວຽດນາມ ພົບປະທາງໄກ

ລມຕ ກະຊວງການຕ່າງປະເທດລາວ- ຫວຽດນາມ ພົບປະທາງໄກ

0

……

ໃນຕອນບ່າຍຂອງວັນທີ 28 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

ໃນໂອກາດນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຢ້ຽມຢາມທາງການປະເທດກຳປູເຈຍ ຂອງລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-26 ກໍລະກົດ ຜ່ານມາ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ເປັນເຈົ້າພາບຈັດອາຫານເຊົ້າແບບເຮັດວຽກ ໃຫ້ແກ່ 3 ລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 58 ທີ່ ປະເທດມາເລເຊຍ. ສອງລັດຖະມົນຕີຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ ຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງເຫັນດີທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 2025) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ລວມທັງການກະກຽມໃຫ້ແກ່ການຈັດກອງປະຊຸມປຶກສາຫາລືທາງດ້ານເມືອງລະດັບລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບໃນທ້າຍປີ 2025 ນີ້. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບການທີ່ພົ້ນເດັ່ນ ຢູ່ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version