ກະຊວງການຕ່າງປະເທດ (ຕປທ) ຈັດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V (ຮອບທີ 1) ໃນວັນທີ 28 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ, ອະດີດພະນັກງານອາວຸໂສ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ເຂົ້າຮ່ວມ.
ໃນພິທີ ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕ່າງໜ້າໃຫ້ຄະນະບຸກຄະລາກອນ ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186 /ຄຈສພ, ລົງວັນທີ 3 ກໍລະກົດ 2024 ແລະ ບົດແນະນຳມາດຖານເງື່ອນໄຂ ຜູ້ອອກຮັບສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່. ຫລັງຈາກນັ້ນ, ສະຫາຍ ສຸລະພົນ ສີລາວີ ຫົວໜ້າກົມ ຄະນະກວດກາສູນກາງພັກ ໄດ້ຂຶ້ນໃຫ້ຄໍາແນະນຳ ຕໍ່ກອງປະຊຸມທາບທາມບຸກຄະລາກອນດັ່ງກ່າວ ແນໃສ່ເຮັດໃຫ້ການຄັດເລືອກເປົ້າໝາຍສະໝັກເຂົ້າໃນ ຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ V ໃນຄັ້ງນີ້ ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທິດນໍາຂອງພັກເປັນຕົ້ນ ແມ່ນດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບ ແຜນການນຳພາ ແລະ ວິທີເຮັດວຽກ ແລະ ດ້ານສຸຂະພາບ.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເນັ້ນຕໍ່ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄໍານຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ຄະນະຄວບຄຸມການປ່ອນບັດແນະນໍາຢ່າງເຂັ້ມງວດ. ຫລັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໃນກອງປະຊຸມ ກໍໄດ້ເຂົ້າຮ່ວມການປ່ອນບັດທາບທາມເອົາບຸກຄະລາກອນ ຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ V ຮອບທີ 1. ສ່ວນການທາບທາມຮອບຕໍ່ໄປ ແມ່ນຈະໄດ້ຈັດຂຶ້ນໃນເວລາອັນໃກ້ນີ້.
ພາບ: ອ່າຍຄຳ