Home ຂ່າວພາຍໃນ ຈົ້າແຂວງຄຳມ່ວນ ເຄື່ອນໄຫວຕິດຕາມໂຄງລ່າງພື້ນຖານດ້ານການຜະລິດກະສິກຳພາຍໃນ

ຈົ້າແຂວງຄຳມ່ວນ ເຄື່ອນໄຫວຕິດຕາມໂຄງລ່າງພື້ນຖານດ້ານການຜະລິດກະສິກຳພາຍໃນ

0

—————————–

ວັນທີ 25 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຕອບສະ ໜອງໃຫ້ແກ່ການຜະລິດດ້ານກະສິກຳຢູ່ພາຍໃນແຂວງ. ໃນນີ້, ໄດ້ລົງຊຸກຍູ້ ຟາມໄກ່ໄຂ່ ຕັ້ງຢູ່ບ້ານພີນ ເມືອງທ່າແຂກ. ຟາມດັ່ງກ່າວ, ແມ່ນໄດ້ເລີ່ມກໍ່ສ້າງໃນເດືອນ ເມສາ 2025 ປະກອບມີຄອກລ້ຽງໄກ່ຈຳນວນ 2 ຫຼັງ, ສາມາດບັນຈຸໄກ່ໄດ້ 4,000 ກວ່າໂຕ ແລະ ປັດຈຸບັນແມ່ນສາມາດຜະລິດໄຂ່ໄດ້ 3,000 ກວ່າໜ່ວຍຕໍ່ວັນ. ໃນຕໍ່ໜ້າຟາມດັ່ງກ່າວ, ແມ່ນຍັງມີແຜນຈະຂະຫຍາຍຄອກ ແລະ ນໍາໄກ່ເຂົ້າມາເພີ່ມໃຫ້ຫຼາຍຂຶ້ນ ເພື່ອຜະລິດໄຂ່ໄກ່ຕອບສະໜອງໃຫ້ແກ່ການບໍລິໂພກຢູ່ພາຍໃນ, ທົດແທນການນໍາເຂົ້າ. ຈາກນັ້ນ, ກໍໄດ້ເຄື່ອນໄຫວຕິດຕາມ ໂຄງການປັບປຸງຟື້ນຟູອ່າງເກັບນໍ້າ ຊົນລະປະທານ ວັງວຽງພີ ຢູ່ເມືອງເຊບັ້ງໄຟ ຊຶ່ງນອນຢູ່ໃນການຟື້ນຟູໂຄງການຊົນລະປະທານ ໃນໄລຍະ 3. ຕິດຕາມ ການກໍ່ສ້າງລະບົບຊົນລະປະທານບ້ານຍາງຄໍາ ເມືອງເຊບັ້ງໄຟ ປະກອບມີ: ການກໍ່ສ້າງ ແລະ ຕິດຕັ້ງລະບົບຫົວງານ ຈັກສູບນໍ້າ ແລະ ກໍ່ສ້າງຄອງເໝືອງດິນຈີ່. ມາຮອດປດຈຸບັນ ແມ່ນມີຄວາມຄືບໜ້າແລ້ວ 85%, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດຕອບສະໜອງນໍ້າໃຫ້ທັນກັບການຜະລິດລະດູແລ້ງທີ່ຈະມາເຖິງນີ້. ຊົນລະປະທານດັ່ງກ່າວ, ແມ່ນສາມາດຫົດເນື້ອທີ່ການຜະລິດໄດ້ 300 ກວ່າເຮັກຕາ. ນອກນີ້, ຍັງໄດ້ຕິດຕາມເບິ່ງປະຕູ ປິດ-ເປີດນໍ້າ ເພື່ອປ້ອງກັນການຕ້ານແລ້ງ-ຕ້ານຖ້ວມ ປະກອບມີ ປະຕູນໍ້າ ຫ້ວຍສາຍພາຍ, ປະຕູນໍ້າຫ້ວຍພອກ ແລະ ປະຕູນໍ້າຫ້ວຍຫວາຍ ເມືອງເຊບັ້ງໄຟ. ທັງນີ້ ກໍເພື່ອຊຸກຍູ້, ຕິດຕາມ ບັນດາພື້ນຖານໂຄງລ່າງ ຕອບສະໜອງໃຫ້ແກ່ການຜະລິດທາງດ້ານກະສິກຳ ເພື່ອຍົກສູງຄວາມອາດສາມາດເຮັດໃຫ້ການຜະລິດສູງຂຶ້ນ ກາຍເປັນແຂວງທີ່ສາມາດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວນຕົນເອງ ທາງດ້ານສະບຽງອາຫານ, ທົດແທນການນຳເຂົ້າ ແລະ ມີສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ.

(ຂ່າວ-ພາບ: ກອງຄໍາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version