ກຳປູເຈຍ ແລະ ລາວ ໄດ້ຢືນຢັນຄືນຄຳໝັ້ນສັນຍາຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມກັນໃນການຕ້ານຂ່າວປອມ ແລະ ເພີ່ມທະວີການຮ່ວມມືດ້ານສື່ມວນຊົນໃນຍຸກປັນຍາປະດິດ (AI) ເຊິ່ງກຳລັງມີການພັດທະນາຢ່າງວ່ອງໄວໃນໂລກປັດຈຸບັນ.
ການໃຫ້ຄຳໝັ້ນສັນຍາດັ່ງກ່າວມີຂຶ້ນລະຫວ່າງການພົບປະຂອງທ່ານ ແນັດ ແພຕຼາ Neth Pheaktra ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ ແລະ ທ່ານ ສາຄອນ ພົມມາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 22 ກໍລະກົດ 2025 ໃນໂອ ກາດເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນອາຊີ (AMS) ຄັ້ງທີ 20 ທີ່ນະຄອນຊຽມຣຽບ ປະເທດກຳປູ ເຈຍ.

ໂອກາດນີ້ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ລົງຈະລົງເລິກການຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກຄວາມກ້າວໜ້າຢ່າງວ່ອງໄວຂອງ AI ໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ບິດເບື່ອນຈາກຄວາມເປັນຈິງໃນສັງຄົມ.
ໃນພິທີພົບປະດັ່ງກ່າວ ທ່ານ ສາຄອນ ພົມມາລາດ ໄດ້ຕີລາຄາສູງຕໍ່ກະຊວງຖະແຫຼ່ງຂ່າວກຳປູເຈຍ ທີ່ຈັດການປະຊຸມຄັ້ງນີ້ໄດ້ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດຢ່າງຈົບງາມ; ພ້ອມກັນນີ້ ກໍໄດ້ສະເໜີໃຫ້ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ ແບ່ງປັນປະສົບການໃນການຕ້ານຂ່າວປອມ ໃນຍຸກປັນຍາປະດິດ AI ທີ່ກຳລັງພັດທະນາຢ່າງກ້າວກະໂດດ.
ການພົບປະສອງຝ່າຍໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ເຫັນດີແລກປ່ຽນ ກັບ ສປປ ລາວ ໃນສົ່ງເສີມ ແລະ ຍົກລະດັບການຮ່ວມມືສອງຝ່າຍໃນການສະກັດກັ້ນ ແລະ ຕ້ານຂ່າວປອມ; ພ້ອມທັງຢືນຢັນວ່າ ກຳປູເຈຍ-ລາວ ຈະພັດທະນາຄວາມຮ່ວມມືໃນຂະແໜງການສື່ມວນຊົນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະຈະໄດ້ທົບທວນບົດບັນທຶກຊ່ວຍຈຳ (MOU) ທີ່ໄດ້ລົງນາມຮ່ວມກັນເມື່ອປີ 2010 ເພື່ອສົ່ງເສີມການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ແລະ ຊ່ວຍກັນພັດທະນາຂົງເຂດວຽກງານສື່ມວນຊົນໃຫ້ທັນກັບຍຸກ 4,0.