ຮຽນເຖິງທ່ານຜູ້ໂດຍສານທີ່ຮັກແພງທຸກທ່ານ:
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງພໍ່ແມ່ປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນແລະຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈິ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພໃນການຂົນສົ່ງ, ທາງລົດໄຟລາວ-ຈີນຈະກັບມາໃຫ້ບໍລິການລົດໄຟ EMU ຖ້ຽວC92/C91 (ນະຄອນຫຼວງວຽງຈັນ – ຫຼວງພະບາງ), ລົດໄຟທຳມະດາຖ້ຽວ K12/K11 (ນະຄອນຫຼວງວຽງຈັນ – ບໍ່ເຕ່ນ) ນັບແຕ່ວັນທີ 24 ກໍລະກົດ 2025 ເປັນຕົ້ນໄປ. ພ້ອມນັ້ນ, ໃນວັນທີ 24 ຍັງຈະເພີ່ມຖ້ຽວລົດໄຟ EMU C96/C95 (ນະຄອນຫຼວງວຽງຈັນ – ບໍ່ເຕ່ນ) ເພື່ອຊ່ວຍເຫຼືອຜູ້ໂດຍສານທີ່ຕົກຄ້າງໃນສອງສາມມື້ທີ່ຜ່ານມາ ໃຫ້ສາມາດໄປສູ່ຈຸດໝາຍປາຍທາງຕາມການຄອງຄອຍ. ສ່ວນລົດໄຟຖ້ຽວອື່ນໆ ແມ່ນຈະທະຍ່ອຍກັບມາແລ່ນລົດຢ່າງເປັນປົກກະຕິ ໂດຍອີງໃສ່ສະພາບອາກາດ ແລະ ແລວເສັ້ນທາງ.

ທ່ານສາມາດຕິດຕາມຂໍ້ມູນທີ່ກ່ຽວຂ້ອງ ຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເພື່ອຈັດແຜນການເດີນທາງຂອງທ່ານໃຫ້ເໝາະສົມດ້ວຍ.
ໃນຊ່ວງວິກິດນໍ້າຖ້ວມນີ້, ພະນັກງານທັງໝົດຂອງທາງລົດໄຟລາວ-ຈີນ ແມ່ນຍຶດໝັ້ນປະຈຳການເພື່ອເຝົ້າລະວັງກວດກາຢູ່ແນວໜ້າ, ທັງນີ້ກໍເພື່ອປົກປັກຮັກສາທາງລົດໄຟແຫຼ່ງຊີວິດເສັ້ນນີ້ໃຫ້ມີຄວາມໂລ່ງລ່ຽນ ແລະ ຮັບປະກັນໃຫ້ຜູ້ໂດຍສານນັບໝື່ນນັບແສນຄົນ ເດີນທາງດ້ວຍຄວາມປອດໄພສູງ. ທາງລົດໄຟລາວ-ຈີນ ຈະຢູ່ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວສະໝີ ຮ່ວມຜ່ານຜ່າອຸປະສັກຮ້ອຍຢ່າງພັນແນວໄປດ້ວຍກັນ.
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ
ວັນທີ 23 ກໍລະກົດ 2025