ວິທະຍຸກະຈາຍສຽງຫວຽດນາມ ເມື່ອບໍ່ດົນມານີ້ ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ມີການກະທຳໂດຍດ່ວນເພື່ອສະກັດກັ້ນ ກັບຄືນການແຜ່ລະບາດຂອງພະຍາດຊິກຸນກູຍາ (Chikungunya), ເມື່ອເກີດມີການແຜ່ລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ຢູ່ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.

ປັດຈຸບັນຄາດວ່າມີ 5,9 ຕື້ຄົນ ຢູ່ 119 ປະເທດມີຄວາມສ່ຽງຕິດພະຍາດຊິກຸນກູຍາ (Chikungunya) ຊຶ່ງເຊື້ອພະຍາດ ອາດຈະມີອາການເປັນໄຂ້ສູງ, ປວດຂໍ້ ແລະ ພິການແກ່ຍາວ ໂດຍມີຍຸງເປັນພາຫະນະນຳເຊື້ອພະຍາດໄປແຜ່ລາມສູ່ຄົນ ຫລັງຈາກເຊື້ອພະຍາດໄດ້ແຜ່ລະບາດເມື່ອປີ 2004-2005 ໄດ້ສົ່ງຜົນກະທົບເຖິງປະຊາຊົນ ເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ແຜ່ລາມ ອອກສູ່ທົ່ວໂລກ. ການແຜ່ລະບາດຂອງພະຍາດ Chikungunya ໄດ້ເລີ່ມເກີດຂຶ້ນ ແຕ່ຕົ້ນປີ 2025 ດ້ວຍບັນດາບັ້ນແຜ່ລະບາດຄັ້ງໃຫຍ່ຢູ່ປະເທດອາຟຣິກາຢູ່ ມະຫາສະໝຸດອິນເດຍ. ຫລັງຈາກນັ້ນໄດ້ແຜ່ລາມອອກສູ່ບັນດາປະເທດອາຟະລິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້. ບັນດາປະເທດເອີຣົບ ກໍໄດ້ປະກົດມີກໍລະນີຕິດເຊື້ອພະຍາດຈາກພາຍນອກເຂົ້າທະວີບນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ