Home ຂ່າວຕ່າງປະເທດ ໄພນ້ຳຖ້ວມຢູ່ ສ.ອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນຫລາຍກວ່າ 100 ຄົນ

ໄພນ້ຳຖ້ວມຢູ່ ສ.ອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນຫລາຍກວ່າ 100 ຄົນ

0

ຕາມນັກ​ຂ່າວ CMG ລາຍ​ງານ​ວ່າ: ນັບ​ມາ​ຮອດ​ ວັນ​ທີ 8 ກໍ​ລະ​ກົດ​ນີ້, ໄ​ພ​ນ້ຳ​ຖ້ວມ ​ທີ່​ເກີດ​ຂຶ້ນ​ຢູ່ ​ລັດ​ເທັກ​ຊັ​ສ ​ຂອງ​ສ.ອາ​ເມ​ລິ​ກາ ​ເຮັດ​ໃຫ້​​ມີ ​ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້ ​ຍັງ​ມີ​ຜູ້ສູນ​ຫາຍ 172 ຄົນ​. ອີງ​ຕາມ​ຕົວ​ເລກ ​ສະ​ຕິ​ຖິ​ ຂອງ​ກົມ​ອຸ​ຕຸ​ນິ​ຍົມ​ແຫ່ງ​ຊາດ ສະຫະລັດ ​ອາ​ເມ​ລິ​ກາ ລາຍງານວ່າ: ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ສ.ອາ​ເມ​ລິ​ກາ ​ມີ​ຜູ້​ເສຍ​ຊີ​ວິດ​ 113 ຄົນ ຍ້ອນ​ໄພ​ນ້ຳ​ຖ້ວມ​ ໃນ​ແຕ່​ລະ​ປີ, ໄດ້​ກວມ​ເອົາ 1 ສ່ວນ 6 ຂອງ​ຈຳ​ນວນ ​ຜູ້​ເສຍ​ຊີ​ວິດທີ່​ກ່ຽວ​ຂ້ອງ​ກັບ ​ສະ​ພາບ ​ອາ​ກາດ ຮ້າຍ​ແຮງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version