ໃນວັນທີ 1 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານຮອງເລຂາທິການໃຫຍ່ ສປຊ. ໃນນັ້ນ, ກອງປະຊຸມໄດ້ໄດ້ປຶກສາຫາລື ກ່ຽວກັບວິທີການ ຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລ ໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.
ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ເນື້ອໃນ ກໍຄື ຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາເປັນຕົ້ນ ການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະ ນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບການກະກຽມໃຫ້ເເກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫລືອບັນດາປະເທດດ້ອຍພັດທະນາ ໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນສໍາລັບປະເທດ ດ້ອຍພັດທະ ນາ; ການເຂົ້າເຖິງເເຫລ່ງທຶນ ເເລະ ການຍຶດໝັ້ນຕໍ່ພັນທະຂອງຕົນໃນການສະໜອງທຶນຊ່ວຍເຫລືອລ້າ ເພື່ອການພັດທະນາ ໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.
ໃນວັນດຽວກັນ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມເເຂງ: ການເງິນດ້ານການປ່ຽນເເປງດິນຟ້າອາກາດ ເພື່ອການພັດທະນາທີ່ຍືນຍົງ” ຮ່ວມກັບ ຮອງລັດຖະມົນຕີກະຊວງການເງິນຂອງ ເນປານ ເເລະ ບັງກາລາເທດ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ເເລະ ເເລກປ່ຽນປະສົບການ ກ່ຽວກັບການສະໜອງທຶນເພື່ອຮັບມືກັບບັນຫາການປ່ຽນເເປງຂອງດິນຟ້າອາກາດ ພາຍຫລັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນ ທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາຄັ້ງທີ 4 ພາກອະພິປາຍທົ່ວໄປ ແລະ ກອງປະຊຸມຂັ້ນສູງປິ່ນອ້ອມກອງປະຊຸມ ເປັນຕົ້ນ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ສຳລັບບັນດາປະເທດ ບໍ່ມີຊາຍແດນຕິດທະເລ ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ໂບລິວີ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ. ສປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະເລ ໂດຍສະເພາະ ສປປ ລາວ ໃນດ້ານໂຄງສ້າງ ແລະ ພູມສັນຖານຂອງປະເທດ ທີ່ຍັງຖ່ວງດຶງການເຊື່ອມໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຍັງຍົກໃຫ້ເຫັນຄວາມພະຍາຍາມຂອງ ສປປ ລາວ ໃຫ້ການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມຈອດ ພາກພື້ນ ແລະ ສາ ກົນ ເປັນຕົ້ນ ຈາກໂຄງການ ທາງລົດໄຟ ລາວ-ຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫລືອຈາກສາກົນ ໃນການເຂົ້າເຖິງທຶນຮອນ, ການຊ່ວຍເຫລືອດ້ານວິຊາການ ແລະ ການຊ່ວຍເຫລືອທາງດ້ານການຄ້າແກ່ປະເທດ ບໍ່ມີຊາຍແດນຕິດທະເລ ໃຫ້ຫລາຍຂຶ້ນ.
ພ້ອມກັນນີ້, ຄະນະຜູ້ແທນທາງການລາວ ຍັງໄດ້ພົບປະສອງຝ່າຍ ກັບປະເທດປ໋ອກຕຸຍການ ແລະ ປະເທດ ເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫລາຍຝ່າຍ ໂດຍຜ່ານ ອົງການສະຫະປະຊາຊາດ, ພ້ອມທັງປຶກສາຫາລື ບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ໃນວັນທີ 3 ກໍລະກົດ 2025, ກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາຄັ້ງທີ 4 ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງານ ແລະ ສາມາດຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ ເຊິ່ງຈະເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ອົງການສະຫະປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນເຂົ້າໃນ ການຮ່ວມມືເພື່ອການພັດທະນາໂດຍລວມຂອງສາກົນ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງທີ່ສຳຄັນ ມີໄລຍະຈັດຕັ້ງປະຕິ ບັດ ໜຶ່ງທົດສະວັດ ກໍຄື ແຕ່ປີ 2025-2035, ມີຈຸດປະສົງເພື່ອສະໜອງທຶນໃຫ້ແກ່ການພັດທະນາຂອງສາກົນ ໂດຍຜ່ານການປະຕິຮູບໂຄງສ້າງການເງິນສາກົນ, ການຮ່ວມມືດ້ານອາກອນ, ການສົ່ງເສີມນະໂຍບາຍພາຍໃນ, ການລະດົມຂົນຂວາຍພາກເອກະຊົນ, ການສະໜັບສະໜູນຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການຢ້ຳຄືນຄວາມສຳຄັນຂອງທຶນຊ່ວຍເຫລືອເພື່ອການພັດທະ ນາ ແລະ ການສະໜັບສະໜູນບົດບາດຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການບີບບັງຄັບຝ່າຍດຽວ ແລະ ການສ້າງຄວາມເຂັ້ມແຂງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາຂອງບັນດາປະເທດໃນໂລກ.