Home ຂ່າວໜ້າໜຶ່ງ ປະດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ໃຫ້ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ປະດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ໃຫ້ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

0

ໃນວັນທີ 3 ກໍລະກົດ 2025 ນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ປະດັບຫລຽນກຽດຕິຄຸນ ອາທິດອຸໄທ ຊັ້ນ1 ທີ່ປະທານໂດຍ ສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນ ເປັນຂົວຕໍ່ ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ໂດຍມີການນຳ, ອະດີດການນຳ ພັກ, ລັດ ແລະ ສະມາຊິກຄອບຄົວ ສີພັນດອນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ປະກອບສ່ວນ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຍີ່ປຸ່ນ- ລາວ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ ລວມທັງການສົ່ງເສີມການຮ່ວມມືດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ດ້ານອື່ນໆ ໃນໄລຍະຜ່ານມາ.

ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ຍີ່ປຸ່ນ ປະດັບຫລຽນກຽດຕິຄຸນ ອັນສູງສົ່ງ ຂອງສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ໃນຄັ້ງນີ້, ການທີ່ໄດ້ຮັບຫລຽນກຽດຕິຄຸນໃນຄັ້ງນີ້, ຖືເປັນກຽດອັນສູງສົ່ງ ແລະ ເປັນການສ້າງແຮງບັນດານໃຈ ແລະ ກຳລັງໃຈ ໃຫ້ແກ່ການນຳທ່ານອື່ນໆ ໃນການເປັນຂົວຕໍ່ທີ່ສຳຄັນ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທຳຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ນັບແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ຕະຫລອດໄລຍະ 7 ທົດສະວັດ ທີ່ຜ່ານມາ, ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ໄດ້ຍຶດໝັ້ນ ແລະ ຖືສໍາຄັນການພົວພັນຮ່ວມມືສອງຝ່າຍທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຶ່ງໄດ້ ກາຍເປັນຫລັກການພື້ນຖານທີ່ສໍາຄັນ ແລະ ຮັບປະກັນໃຫ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ ເປັນຕົ້ນ ການພົວພັນ ແລະ ການຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ.

ພາຍໃຕ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບນັ້ນ, ລັດຖະບານ ສອງປະເທດ ລາວ-ຍີ່ປຸ່ນ ໄດ້ຕົກລົງຍົກລະດັບການພົວພັນ ແລະ ການຮ່ວມມື ມາເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ, ຊຶ່ງປີ 2025 ນີ້ ແມ່ນປີທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ເພາະເປັນປີຄົບຮອບ 70 ປີ ການພົວພັນ ທາງການທູດຂອງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກ ຍີ່ປຸ່ນ ມາຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ. ການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ຍັງເປັນການຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພົວພັນການ ແລະ ຮ່ວມມື ລະຫວ່າງສອງປະເທດໃນໄລຍະໃໝ່ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version