Home ຂ່າວໜ້າໜຶ່ງ ຍທຂ ຈະສືບຕໍ່ປັບປຸງ-ສ້ອມແປງ ແລະ ຍົກລະດັບ ທາງຫລວງແຫ່ງຊາດ

ຍທຂ ຈະສືບຕໍ່ປັບປຸງ-ສ້ອມແປງ ແລະ ຍົກລະດັບ ທາງຫລວງແຫ່ງຊາດ

0

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເຊິ່ງໃນໄລຍະປີ 2026-2030 ໂດຍອີງຕາມແຜນພັດທະນາຂອງຂະແໜງ ຍທຂ, ຈະສືບຕໍ່ສຸມໃສ່ການບູ ລະນະຮັກສາ, ສ້ອມແປງ ແລະ ປັບປຸງຍົກລະດັບ ບັນດາທາງຫລວງແຫ່ງຊາດ ທີ່ເປັນເສັ້ນທາງຫລວງອາຊຽນ ເພີ່ມຕື່ມ 439 ກິໄລແມັດ ທີ່ນອນໃນທາງຫລວງແຫ່ງຊາດເລກ 2E ແລະ 2W (ຜົ້ງສາລີ, ອຸດົມໄຊ ແລະ ໄຊຍະບູລີ), ທາງເລກ 12 (ຄໍາມ່ວນ), ບາງຕອນທາງ 13 ໃຕ້ (ນະຄອນຫລວງວຽງຈັນ ແລະ ບໍລິຄໍາໄຊ) ເພື່ອໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ.

ທ່ານ ງາມປະສົງ ເມືອງມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ແຜນພັດທະນາປັບປຸງ, ສ້ອມແປງ ທາງຫລວງແຫ່ງຊາດ ໃນໄລຍະໃໝ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ຂະແໜງ ຍທຂ ໄດ້ສຸມໃສ່ລະດົມຂົນຂວາຍແຫລ່ງທຶນຈາກບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ. ປັດຈຸບັນ, ກໍມີວິສາຫະກິດຈໍານວນໜຶ່ງ ມີຄວາມສົນໃຈສະເໜີລົງທຶນ ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງ ທາງຫລວງແຫ່ງຊາດ ຈໍານວນໜຶ່ງ ເຊັ່ນ: ທາງເລກທີ 13 ເໜືອ, 13 ໃຕ້, ທາງເລກ 9, 8, 22, R3, R3B, 7, 4, 1C, 5B, 10, 16B, 17A, 17B ແລະ ທາງເລກທີ 18 ເຊິ່ງການສະເໜີດັ່ງກ່າວ, ພວມຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ກະກຽມ ໂດຍຈະນໍາໃຊ້ຮູບແບບປະສົມປະສານສັນຍາຍົກລະດັບ, ບຸ ລະນະຮັກສາ ແລະ ສ້ອມແປງທາງ ເປັນເວລາຫລາຍປີ, ພ້ອມທັງພາກລັດ ເປັນຜູ້ເກັບເງິນເພື່ອຊຳລະ ໃຫ້ຜູ້ຮັບເໝົາ ໂດຍກໍານົດການເກັບເງິນຈາກປະເພດພາຫະນະ ທີ່ກຳນົດໄວ້.

ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ ໃຫ້ມີການເຮັດທົດລອງໂຄງການເປົ້າໝາຍຟື້ນຟູທາງຫລວງແຫ່ງຊາດ ເປັນຕົ້ນ ທາງເລກທີ 13 ເໜືອ ເລີ່ມແຕ່ ເມືອງວັງວຽງ-ເມືອງກາສີ ແຂວງວຽງຈັນ-ເມືອງພູຄູນ-ເມືອງຊຽງເງິນ-ນະຄອນຫລວງພະບາງ-ສາມແຍກປາກມອງ ເມືອງນໍ້າບາກ ແຂວງຫລວງພະບາງ; ທາງເລກ 4 ເລີ່ມຈາກສາມແຍກ ເມືອງຊຽງເງິນ-ເມືອງນານ ແຂວງຫລວງພະບາງ-ເມືອງໄຊຍະບູລີ-ເມືອງປາກລາຍ-ເມືອງແກ່ນທ້າວ ແຂວງໄຊຍະບູລີ; ທາງເລກ 8 ເລີ່ມຈາກສາມແຍກ 13 ໃຕ້ ບ້ານວຽງຄໍາ ເມືອງປາກກະດິງ-ຊາຍແດນລາວ-ຫວຽດນາມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; ທາງເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນ ໄກສອນ ພົມວິຫານ-ເຊໂນ-ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ທາງເລກ 22 ເລີ່ມແຕ່ແຍກທາງເລກ 13 ເໜືອ ເມືອງກາສີ ແຂວງວຽງຈັນ-ສາມແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version