Home ຂ່າວພາຍໃນ ສະຫລຸບ 3 ໂຄງການກວດກູ້ລະເບີດ ທີ່ຈັດຕັ້ງປະຕິບັດ ຢູ່ແຂວງຄໍາມ່ວນ

ສະຫລຸບ 3 ໂຄງການກວດກູ້ລະເບີດ ທີ່ຈັດຕັ້ງປະຕິບັດ ຢູ່ແຂວງຄໍາມ່ວນ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບທ້າຍ 3 ໂຄງການເກັບກູ້ລະເບີດ ທີ່ຈັດຕັ້ງປະຕິບັດຢູ່ແຂວງຄໍາມ່ວນ ໄລຍະແຕ່ປີ 2024-2025 ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການເກັບກູ້ລະເບີດປະຈຳ ສປປ ລາວ ຈັດຂຶ້ນໃນວັນທີ 12 ມິຖຸນາ 2025 ທີ່ແຂວງຄຳມ່ວນ ດ້ວຍລະບົບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງ ທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດແຂວງຄໍາມ່ວນ, ທ່ານ ອີ ລ່າຍ ຫົວໜ້າອົງການເກັບກູ້ລະເບີດ ປະຈໍາ ສປປ ລາວ ພ້ອມດ້ວຍຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ຕາງໜ້າອົງການຈັດຕັ້ງສາກົນ, ຄະນະກໍາມະການຄຸ້ມຄອງໂຄງການຂັ້ນແຂວງ-ຂັ້ນເມືອງ ແລະ ບ້ານເປົ້າໝາຍໂຄງການເຂົ້າຮ່ວມ.

ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດ ປະຈໍາແຂວງຄໍາມ່ວນ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດໂຄງການ ໂດຍສະເພາະ ດ້ານດີ, ດ້ານຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫລອດຮອດທິດທາງແຜນການໃນຕໍ່ໜ້າ ກ່ຽວກັບ 3 ໂຄງການປະກອບມີ: ໂຄງການເກັບກູ້ລະເບີດລູກຫວ່ານ ແລະ ລະເບີດຊະນິດອື່ນໆ ໃນຊຸມຊົນທຸກຍາກ ເຂດຈຸດສຸມຫລັງຄັງ-ວັງມະເນີ ໄດ້ຮັບທຶນຈາກ ມູນນິທິ Freeman Foundation ຈາກປະເທດສະຫະລັດ ອາເມລິກາ ມູນຄ່າ 505.658 ໂດລາສະຫະລັດ, ເລີ່ມແຕ່ເດືອນ ເມສາ 2024-ເດືອນ ເມສາ 2025 ຈັດຕັ້ງປະຕິບັດ 2 ກິດຈະກໍາຫລັກ, ສາມາດທໍາລາຍລະເບີດເຄື່ອນທີ່ຢູ່ 56 ບ້ານຂອງ 3 ເມືອງຄື: ບົວລະພາ, ມະຫາໄຊ ແລະ ຍົມມະລາດ, ກວດກູ້ລະເບີດໄດ້ເນື້ອທີ່ 311.336 ຕາແມັດ, ທຳລາຍໄດ້ 27 ໜ່ວຍ. ໂຄງການເກັບກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ (ໄລຍະ VI) ໄດ້ຮັບງົບສະໜັບສະໜູນຈາກລັດຖະບານ ແຫ່ງສະຫະຣາຊາອານາຈັກອັງກິດ ມູນຄ່າ 1.212.841 ໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນທັນວາ 2023-ມີນາ 2025, ສໍາຫລວດເນື້ອທີ່ໄດ້ 19.073.161 ຕາແມັດ, ມີ 37 ສະໜາມ, ຢູ່ 5 ບ້ານຂອງເມືອງຍົມມະລາດ ແລະ ໄດ້ກໍານົດເປັນພື້ນທີ່ກວດກູ້ທັງໝົດ, ທໍາລາຍລະເບີດສໍາເລັດ 124 ໜ່ວຍ (ໂບມບີ່ 122 ໜ່ວຍ). ສໍາລັບໂຄງການເກັບກູ້ລະເບີດ ເພື່ອປົກປ້ອງຊີວິດໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບທຶນຈາກ ທ່ານ ໄມເຄີນ ອໍາເບຣີ (Michael Ambler) ຈາກປະເທດສະຫະລັດອາເມລິກາ ມູນຄ່າ 122.326 ໂດລາສະຫະລັດ, ເລີ່ມດໍາເນີນແຕ່ເດືອນ ເມສາ 2024-ມີນາ 2025 ດໍາເນີນຈັດຕັ້ງປະຕິບັດໃນ 3 ບ້ານ 4 ສະໜາມ, ກວດກູ້ລະເບີດອອກຈາກເນື້ອທີ່ໄດ້ 212.493 ຕາແມັດ ແລະ ທໍາລາຍໄດ້ 192 ໜ່ວຍ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ ຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນໃສ່ຄວາມເປັນເອກະພາບໃນທິດທາງລວງດຽວກັນ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ກັບເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ລະບຽບຫລັກການ ທາງດ້ານເຕັກນິກວິຊາການ ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງທ້ອງຖິ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດແຜນວຽກໃນຕໍ່ໜ້າ ມີຄວາມສະດວກ ແລະ ຮັບປະກັນໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.

ຂ່າວ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version