ສໍາມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ XIII ພາຍໃຕ້ຫົວຂໍ້ “ນຳໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ໄຂຂຶ້ນໃນວັນທີ 10 ພະຈິກ 2025 ທີ່ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫລີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ, ມີສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ພ້ອມດ້ວຍບັນດາການນໍາຈາກບັນດາແຂວງ, ນັກວິທະຍາສາດ, ນັກທິດສະດີ ຂອງສອງພັກ ລາວ-ຈີນ ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນ ຂອງລາວ ແລະ ຈີນ” ຊຶ່ງເປັນຫົວຂໍ້ໃຫຍ່ ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳສູງ, ເປັນບັນຫາທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກ ຕໍ່ກັບຊີວິດສັງຄົມ. ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ສ້າງໂຄງການ ການເມືອງສະບັບທີ 3, ກຳນົດທິດໃນການພັດທະນາປະເທດຊາດ ຮອດປີ 2055 ໃນໂອກາດວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ແມ່ນໃຫ້ສາມາດສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ. ເນື້ອໃນຈິດໃຈຂອງໂຄງການ ການເມືອງ ກຳລັງໄດ້ຮັບການຜັນຂະຫຍາຍເຂົ້າໃນການກຳນົດແນວທາງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຂອງພັກ ພວມໄດ້ຮັບການຫັນເປັນລະອຽດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພັກປະຊາຊົນປະຕິວັດລາວ ໄດ້ນໍາພາສ້າງ ແລະ ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຊຶ່ງມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ກວມລວມຫລາຍບັນຫາ, ຕ້ອງໄດ້ມີການຄົ້ນຄວ້າ, ວິໄຈໃຫ້ຊັດເຈນ ແລະ ມີການເບິ່ງບັນຫາຢ່າງພາວະວິໄສ.
ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ສະເໜີໃຫ້ບັນດານັກວິທະຍາສາດ, ນັກທິດສະດີ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄຳເຫັນຢ່າງກົງໄປກົງມາ, ໃຫ້ຮັບປະກັນທັງລັກສະນະທິດສະດີ ແລະ ພຶດຕິກຳ ຢ່າງມີຊີວິດຊີວາ; ສະເໜີບັນດາສະຫາຍ ເຂົ້າຮ່ວມກອງປະຊຸມຮັບຟັງ ແລະ ຕັ້ງບັນຫາແລກປ່ຽນບົດຮຽນ ໃຫ້ມີບັນຍາກາດທີ່ຄຶກຄື້ນ ແລະ ມີເນື້ອໃນອຸດົມສົມບູນ ຕອບສະໜອງໄດ້ຕາມລະດັບຄາດໝາຍທີ່ກອງປະຊຸມກຳນົດໄວ້.
ກອງປະຊຸມຄັ້ງນີ້, ດໍາເນີນເປັນເວລາ 2 ມື້, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ, ຄົ້ນຄວ້າ, ປະກອບຄຳເຫັນໃສ່ 7 ຫົວຂໍ້ຍ່ອຍ ຊຶ່ງຝ່າຍລາວມີ 3 ຫົວຂໍ້ຄື: ພັກນໍາພາໃນການວາງແຜນພັດທະນາ ໄລຍະກາງ ແລະ ໄລຍະຍາວ ກ່ຽວກັບກົນໄກເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ; ການຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວ ໃນການພັດທະນາຕາມທິດຍືນຍົງ; ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຕາມແລວເສັ້ນທາງລົດໄຟລາວ-ຈີນ ຢ່າງມີປະສິດທິຜົນ. ສ່ວນຝ່າຍຈີນມີ 4 ຫົວຂໍ້ຄື: ບົດຮຽນ ແລະ ພຶດຕິກໍາ ໃນການສ້າງ ແລະ ປະຕິບັດແຜນພັດທະນາ ຢ່າງມີວິທະຍາສາດ; ຄວາມໝາຍສໍາຄັນຂອງການຖືການພັດທະນາເສດຖະກິດເປັນໃຈກາງ ໃນການຊຸກຍູ້ການຫັນເປັນທັນສະໄໝຂອງປະເທດ; ເນື້ອໃນຈິດໃຈ ແລະ ມາດຕະການຕົ້ນຕໍ ຂອງແຜນການ 5 ປີຄັ້ງທີ 15 ຂອງ ສປ ຈີນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຂອງ ສປ ຈີນ.