ຂປລ. ໃນວັນທີ 12 ມິຖຸນາ 2025 ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ IX ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງທາງ ແລະ ສ້ອມແປງທາງໃນໄລຍະໃໝ່ ທີ່ສະເໜີໂດຍ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະມົນຕີກະຊວງການເງິນ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ຜ່ານການລົງຕິດຕາມກວດກາ ຂອງກຳມາທິການ ກໍຄື ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຫັນວ່າສະພາບເສັ້ນທາງໃນປັດຈຸບັນ ມີສະພາບທີ່ຊຸດໂຊມ, ເປ່ເພຫລາຍສົມຄວນ ທີ່ຈະຕ້ອງໄດ້ສຸມໃສ່ຟື້ນຟູ, ບູລະນະສ້ອມແປງໃຫ້ເຂົ້າສູ່ສະພາບປົກກະຕິ, ແຕ່ງົບປະມານທີ່ນຳໃຊ້ເຂົ້າໃນວຽກງານດັ່ງກ່າວ, ຍັງມີຈຳກັດ. ສະນັ້ນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ເຊິ່ງຜ່ານການຄົ້ນຄວ້າ ຄະນະປະຈຳສະພາແຫ່ງຊາດ ເຫັນດີ ແລະ ເປັນເອກະພາບ ທາງດ້ານຫລັກການ ໃນການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ຕາມການສະເໜີຂອງລັດຖະ ບານ ໂດຍຫລຸດຜ່ອນອັດຕາພາສີ, ອາກອນນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ຄ່າຊັບພະຍາກອນ ທຳມະຊາດ ແລະ ອັດຕາອາກອນມູນຄ່າເພີ່ມຂອງໂຄງການ. ສ່ວນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟແມ່ນບໍ່ມີການຫລຸດຜ່ອນ ເຊິ່ງຈະເຮັດໃຫ້ມູນຄ່າໂຄງການຫລຸດລົງປະມານ 17,43%. ພ້ອມທັງຈະສ້າງເງື່ອນໄຂ ແລະ ສາມາດດຶງດູດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງຫລາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ, ປະສິດທິຜົນ ຄະນະປະຈຳສະພາແຫ່ງ ຊາດ ສະເໜີໃຫ້ລັດຖະບານ ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກຳ, ກຳນົດຫລັກການແຕ່ລະໜ້າວຽກໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດ ກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການໃນການຄຸ້ມຄອງ ແລະ ຕິດຕາມກວດກາ; ໃຫ້ລັດຖະ ບານ ຈັດລຽງບຸລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະທາງຫລວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍ ສານ ແລະ ສິນຄ້າຈຳນວນຫລາຍ; ສະເໜີໃຫ້ລັດຖະບານ ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ສຳຫລວດເສັ້ນທາງສາຍຫລັກຄືນທັງໝົດ ເພື່ອກຳນົດມາດຕະຖານເຕັກນິກ ປັບປຸງໂຄງສ້າງທາງໃຫ້ຖືກ ຕ້ອງ ໂດຍເລັ່ງໃສ່ການນຳໃຊ້ວັດສະດຸກໍ່ສ້າງທີ່ພວກເຮົາສາມາດຜະລິດໄດ້ ເປັນຕົ້ນ ຊີມັງ, ເຫລັກເສັ້ນ; ໃຫ້ລັດຖະບານ ພິຈາລະນາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງນັ້ນ ເຫັນວ່າມີຈໍານວນຫລາຍ ແລະ ແຫລ່ງທຶນຈາກການນໍາໃຊ້ງົບປະມານລົງທຶນຂອງລັດ ໃນແຕ່ລະປີ, ຖ້າຈະປະຕິບັດນະໂຍບາຍໃໝ່ ຕ້ອງໄດ້ຄົ້ນຄວ້າຢ່າງຖີ່ຖ້ວນ ກຳນົດກົນໄກທີ່ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງວ່າງ ແລະ ທັງບໍ່ສ້າງຜົນກະທົບຮ້າຍແຮງ ຕໍ່ການເກັບລາຍຮັບປະຈໍາແຕ່ລະປີຂອງລັດຖະບານ; ໃຫ້ລັດຖະບານ ຊີ້ນຳກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນຳເຂົ້າວັດສະດຸ ແລະ ກົນຈັກ ມານຳໃຊ້ເຂົ້າບໍ່ຖືກຕ້ອງຕາມເປົ້າໝາຍ; ໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບ ໃຫ້ອົງການປົກຄອງທ້ອງ ຖິ່ນເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ; ຕ້ອງມີມາດຕະການທີ່ເຂັ້ມງວດ ໃນການຄວບຄຸມຄຸນນະພາບ, ມາດຕະຖານເຕັກນິກການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ; ເຂັ້ມງວດການຄຸ້ມຄອງ ແລະ ກວດກາ ເສັ້ນທາງໃນການຂົນສົ່ງ, ປະເພດລົດບັນທຸກ, ນໍ້າໜັກລົດບັນທຸກ ແລະ ມີຄວາມພ້ອມຮອບດ້ານໃນການປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ບັນທຸກນໍ້າໜັກເກີນ.
ຂ່າວ: ກິດຕາ
ພາບ: ເກດສະໜາ