ເພື່ອກະກຽມຄວາມພ້ອມໃນການຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ປະຈຳສົກສຶກສາ 2025-2026 ທີ່ຈະມາເຖິງນີ້, ມຊ ໄດ້ທົດລອງລະບົບການລົງທະບຽນສອບເສັງໂດຍຜ່ານແອັບພິເຄຊັ່ນລະບົບການຮຽນ-ການສອນທັນສະໄໝ (SLMS System) ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການເຂົ້າຮ່ວມຂອງ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ.
ການທົດລອງຄັ້ງນີ້ມີນັກຮຽນຊັ້ນ ມ.7 ຈາກໂຮງຮຽນມັດທະຍົມສຶກສາສົມບູນສາທິດ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລເຂົ້າຮ່ວມຈຳນວນ 160 ຄົນ ເພື່ອທົດລອງນຳໃຊ້ລະບົບເໝືອນຈິງ ໂດຍຂັ້ນຕອນຂອງການສະໝັກແມ່ນນັກຮຽນ ຫຼື ຜູ້ທີ່ສົນໃຈສະໝັກເຂົ້າຮຽນ ມຊ ສາມາດດາວໂຫຼດແອັບ SLMS ໄດ້ງ່າຍໆດ້ວຍມືຖືທັງລະບົບ IOS ແລະ Android. ຫຼັງຈາກນັ້ນຜູ້ສະໝັກຈະໄດ້ປ້ອນຂໍ້ມູນສ່ວນຕົວ ແລະ ອັບໂຫຼດເອກະສານຕິດຄັດປະກອບມີບັດເຂົ້າຫ້ອງເສັງ ມ.7 (ສຳລັບຜູ້ທີ່ຈົບໃນສົກສຶກສານີ້) ຫຼື ໃບປະກາສະນີຍະບັດ ມ.7 (ສຳລັບຜູ້ທີ່ຈົບກ່ອນສົກສຶກສານີ້), ບັດປະຈຳຕົວ ຫຼື ສຳມະໂນຄົວ ແລະ ຮູບຖ່າຍ 3×4 ແລ້ວໃຫ້ກົດສຳເລັດການລົງທະບຽນລະບົບຈະປະກົດເລກລະຫັດ 4 ໂຕຂຶ້ນມາ, ຂັ້ນຕອນຕໍ່ໄປແມ່ນໃຫ້ຜູ້ສະໝັກນຳເອົາເລກລະຫັດ 4 ໂຕເລກເຂົ້າໄປຊໍາລະເງິນຄ່າທຳນຽມສອບເສັງໂດຍຜ່ານແອັບ BECLONE ຂອງທະນາຄານການຄ້າ, ຫຼັງຈາກນັ້ນໃຫ້ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ທີ່ສະໂມສອນໃຫຍ່ ມຊ ໃນວັນເວລາທີ່ກຳນົດ.

ຜ່ານການນຳໃຊ້ລະບົບໃໝ່ເຫັນວ່າມີຄວາມສະດວກສະບາຍ ແລະ ເຂົ້າໃຈງ່າຍກວ່າລະບົບເກົ່າຫຼາຍຢ່າງ ພ້ອມທັງຫຼຸດຂັ້ນຕອນ ແລະ ເວລາການລົງທະບຽນສະໝັກສອບເສັງ ຖ້າຫາກປັບປຸງລະບົບສົມບູນແລ້ວຈະສາມາດເປີດໃຫ້ນຳໃຊ້ໃນສົກສຶກສາ 2025-2026 ນີ້.
ຂ່າວ: ກະດານຂ່າວ ມຊ