ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/2025) ຂຶ້ນໃນວັນທີ 3 ມິຖຸນານີ້ທີ່ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ມີສະຫາຍ ພົທກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ,ບັນດາກົມໃຫຍ່, ນາຍຕຳຫຼວດຂັ້ນນຳພາ-ບັນຊາຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກໍາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນຍາດເອົາໄຊຊະນະໃນໄລຍະຕໍ່ມາ; ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ຂະບວນການປະຕິວັດເພື່ອຕີເອົາຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ່ງຕີນມື.
ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ກຳລັງປະຕິວັດ ກໍຄືກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ຍ້ອນການນໍາພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ; ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າຍາມໃດກໍມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງໃຫ້ຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ.
ການປາຖະກະຖາຄັ້ງນີ້, ເພື່ອສຶກສາອົບຮົມໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຊື່ອມຊຶມກຳແໜ້ນມູນເຊື້ອສອງວັນດັ່ງກ່າວເພື່ອນຳມາເປັນພື້ນຖານ, ເປັນບ່ອນອີງໃຫ້ການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ສົມກັບເປັນນາຍຕໍາຫຼວດຮຸ່ນສືບທອດທີ່ດີຂອງກຳລັງ ປກສ ແລະ ຂອງກົມກອງ ເຮັດສຳເລັດໜ້າທີ່ນຳພາ-ບັນຊາວຽກງານທີ່ໄດ້ຮັບມອບໝາຍ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.
ຂ່າວ: ແຕັນ, ພາບ: ແກ້ວລະຄອນ