Home ຂ່າວຕ່າງປະເທດ ນຳໃຊ້ພະລັງບັນຍາປະດິດ ສົ່ງເສີມການຮ່ວມມືດ້ານການສື່ສານໃນພາກພື້ນ

ນຳໃຊ້ພະລັງບັນຍາປະດິດ ສົ່ງເສີມການຮ່ວມມືດ້ານການສື່ສານໃນພາກພື້ນ

0

ສູນອາຊຽນ-ຈີນ (ACC) ຮ່ວມກັບ ກຸ່ມສື່ສາກົນຈີນ (CICG) ເປັນເຈົ້າພາບຈັດກອງປະຊຸມຮ່ວມມືສື່ມວນຊົນອາຊຽນ-ຈີນ 2025 ພາຍໃຕ້ຫົວຂໍ້ “ການນຳໃຊ້ພະລັງບັນຍາປະດິດ ຫລື AI ເພື່ອສົ່ງເສີມການຮ່ວມມືດ້ານການສື່ສານໃນພາກພື້ນ” ໃນວັນທີ 25 ພຶດສະພາ 2025 ຢູ່ເມືອງລົວຢາງແຂວງເຫີໜານ ສປ ຈີນ ໂດຍມີຜູ້ຊ່ຽວຊານດ້ານສື່ມວນຊົນຈາກ 10 ປະເທດສະມາຊິກອາຊຽນ, ຜູ້ແທນຂອງອົງການໜຸ່ມອາຊຽນ, ຜູ້ແທນຈາກພາກລັດ, ສື່ມວນຊົນຈາກ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບອອນລາຍ.

ໂອກາດນີ້, ທ່ານ Shi Zhongjun ເລຂາທິການໃຫຍ່ ສູນອາຊຽນ-ຈີນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳພັນລະຫວ່າງອາຊຽນ ແລະ ຈີນ ໄດ້ກາຍເປັນແບບຢ່າງການຮ່ວມມືທີ່ມີພະລັງ ແລະ ປະສົບຜົນສຳເລັດຫລາຍທີ່ສຸດໃນພາກພື້ນ. ໃນໄລຍະທີ່ໂລກມີການຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ, ຄວາມຕ້ອງການຂອງອາຊຽນ ແລະ ຈີນ ໃນການຕອບສະໜອງດ້ວຍຄວາມສາມັກຄີພາກພື້ນ ກໍກາຍເປັນສິ່ງທີ່ສຳຄັນ ແລະ ຈຳເປັນຢ່າງຍິ່ງ ໂດຍມີສື່ມວນຊົນມີບົດບາດສຳຄັນໃນການສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນ.

ທ່ານ Shi Zhongjun ໄດ້ເນັ້ນໜັກວ່າ: ສື່ມວນຊົນ ມີບົດບາດສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ກັບຄວາມສາມັກຄີໃນພາກພື້ນ; ເຕັກໂນໂລຊີ AI ກຳລັງປ່ຽນແປງລະບົບນິເວດສື່ມວນຊົນໂລກ ເຊິ່ງມີທັງໂອກາດ ແລະ ສິ່ງທ້າທາຍທີ່ສັບສົນ. ພ້ອມນີ້, ຍັງໄດ້ເນັ້ນໜັກເຖິງສິ່ງທ້າທາຍຈາກການແຜ່ກະຈາຍຂ່າວປອມໃນຍຸກ AI, ຫລັກການຂອງ AI ເປັນສິນຄ້າສາທາລະນະຂອງໂລກ, ຈັນຍາບັນສື່ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ລວມທັງການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ດ້ານການເຊື່ອມຕໍ່ໂຄງລ່າງດີຈິຕອນ, ການສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງ AI ແລະ ອື່ນໆ.

ກອງປະຊຸມຮ່ວມມືສື່ມວນຊົນອາຊຽນ-ຈີນ ຄັ້ງນີ້, ຍັງໄດ້ເປີດ “ຂໍ້ລິເລີ່ມຮ່ວມກັນໃນການສົ່ງ ເສີມການຄຸ້ມຄອງລະບົບນິເວດສື່ມວນຊົນ ອາຊຽນ-ຈີນ ຜ່ານການນຳໃຊ້ເຕັກໂນໂລຊີ ບັນຍາປະດິດ ຫລື AI” ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version