Home ຂ່າວພາຍໃນ ສະຫລອງ ວັນສ້າງຕັ້ງກົມກວດກາກອງທັບ ຄົບຮອບ 40 ປີ

ສະຫລອງ ວັນສ້າງຕັ້ງກົມກວດກາກອງທັບ ຄົບຮອບ 40 ປີ

0

ພິທີສະເຫລີມສະຫລອງ ວັນສ້າງຕັ້ງກົມກວດກາກອງທັບ ຄົບຮອບ 40 ປີ (25 ພຶດສະ ພາ 1985-25 ພຶດສະພາ 2025) ຈັດຂຶ້ນໃນວັນທີ 23 ພຶດສະພາ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນຳກະຊວງ, ຄະນໍາກົມໃຫຍ່, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພັນເອກ ແພງສີ ເສັງວິໄຊ ກຳມະການຄະນະພັກກົມໃຫຍ່ການເມືອງກອງ ທັບ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ໄດ້ຫວນຄືນມູນເຊື້ອການເຕີບ ໃຫຍ່ຂະຫຍາຍຕົວຂອງກົມກວດກາກອງທັບ ເຊິ່ງການກຳເນີດເກີດຂຶ້ນ ຂອງອົງການກວດກາກອງທັບ ແມ່ນໝາກຜົນແຫ່ງການສົມທົບລະຫວ່າງ ຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງທົ່ວປວງຊົນລາວ, ຕັ້ງແຕ່ກຳເນີດຂຶ້ນຄະນະກວດກາກອງທັບ ກໍໄດ້ສືບທອດພາລະກິດອັນມີກຽດສະຫງ່າຂອງອົງຄະນະພັກກະຊວງປ້ອງກັນປະເທດ ຮັບເອົາພາລະກຳປະຫວັດສາດອັນຫຍຸ້ງຍາກ, ສັບສົນ ແຕ່ກໍມີກຽດສະຫງ່າ ໃນຂະບວນກໍ່ສ້າງຖັນແຖວກອງທັບປະຊາຊົນລາວໄລຍະໃໝ່, ວຽກງານກວດກາກອງທັບປະຊາຊົນລາວມີບົດບາດ ແລະ ໜ້າທີ່ສໍາຄັນໃນການຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍໃນກອງທັບ, ຮັບປະກັນຄວາມຍຸຕິທໍາ. ສະນັ້ນ, ວຽກງານກວດກາກອງທັບ ໃນຖານະເປັນຄະນະກຳມະການກວດກາພັກ-ລັດ ໃນກອງທັບ ມີບົດບາດສໍາຄັນ ແລະ ເຮັດໜ້າທີ່ຕິດຕາມ, ກວດກາ, ການປະຕິບັດກົດໝາຍ, ເພີ່ມຄວາມສັກສິດຂອງກົດໝາຍ “ເໝືອນໄມ້ຫລາວັດແທກ”, ທັງແມ່ນສັນຍາລັກ ຂອງວຽກງານກວດກາໃນກອງທັບປະຊາຊົນລາວ, ຄວາມຮັບຜິດຊອບລວມຂອງທຸກກົມກອງ, ທຸກຂະແໜງການ ຕ້ອງເດັດດ່ຽວປະຕິບັດມາດຕະການຍຸດທະສາດຕິດແໜ້ນກັບຮາກຖານ ສົມທົບທິດ ນໍາ 4 ດ້ານຢ່າງແໜ້ນແຟ້ນຄື: ດ້ານການເມືອງ, ດ້ານເສດຖະກິດ-ຊີວິດການເປັນຢູ່, ວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຕະຫລອດໄລະຍະ 40 ປີຜ່ານມາ, ວຽກງານກວດກາກອງທັບ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມຜ່ອງໃສຂອງພັກ ແລະ ຄວາມສັກສິດແຫ່ງການນໍາພາຂອງພັກ ເຮັດໃຫ້ພະ ນັກງານ, ສະມາຊິກພັກທຸກສະຫາຍ ຍົກສູງໄດ້ບົດບາດ ແລະ ເປັນແບບຢ່າງໃນຂະບວນການປະຕິວັດຂອງມະຫາຊົນ, ພະນັກງານໄດ້ມີຄວາມເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດໝາຍ, ປົກປັກຮັກສາວັດຖຸຊັບສົມ ບັດເງິນຄໍາຂອງລັດຂອງກອງທັບ ແລະ ປົກປ້ອງພະນັກງານສະມາຊິກພັກ ທີ່ເຄື່ອນໄຫວຢູ່ໃນຖັນແຖວກຳລັງປະກອບອາວຸດ, ຕ້ານທຸກກົນອຸບາຍ ແລະ ການມ້າງເພທຳລາຍຂອງສັດຕູໃນຫລາຍດ້ານ, ຕ້ານທຸກປະກົດການຫຍໍ້ທໍ້, ສໍ້ລາດບັງຫລວງໄດ້ບາດກ້າວສໍາຄັນໜຶ່ງ, ວຽກງານກວດກາດໍາເນີນໄປຮອດໃສກໍສາມາດຈຳກັດໄດ້ປະກົດການຫຍໍ້ທໍ້ຕ່າງໆ. ມາຮອດປັດຈຸບັນ, ວຽກງານກວດກາໄດ້ກາຍເປັນຄວາມຮັບຜິດຊອບການເມືອງຂອງຄະນະພັກ-ຄະນະບັນຊາຂັ້ນຕ່າງໆ “ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບ່ອນນັ້ນບໍ່ມີການນໍາພາ”, ທັງສອງດ້ານນີ້ມີການພົວພັນກັນຢ່າງສັດຈະວິພາກບໍ່ສາມາດຕັດແຍກອອກຈາກກັນໄດ້ ສົມທົບຢ່າງກົມກຽວກັບການກໍ່ສ້າງ ແລະ ປັບປຸງແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດເຂົ້າໃນຂະບວນວິວັດທະນາການສ້າງກອງ ທັບໃຫ້ມີແບບແຜນທັນສະໄໝ, ເຂັ້ມແຂງຮອບດ້ານໃນທົ່ວກອງທັບ.

ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມຊົມຕໍ່ຜົນສຳເລັດທີ່ກົມກວດກາຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ກໍ່ສ້າງພະນັກງານ-ວິຊາການ ວຽກງານກວດກາ ໃຫ້ມີຄວາມຮູ້-ຄວາມສາມາດທີ່ແນ່ນອນ ແລະ ເປັນມືອາຊີບ ດ້ວຍການຍາດແຍ່ງເອົາທຶນໃຫ້ໄປຮຽນກໍ່ສ້າງ-ບຳລຸງ ຫລື ໄປຢ້ຽມຢາມ ທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ. ໃນນີ້, ການກໍ່ສ້າງຕ້ອງມີເປົ້າໝາຍຈຸດສຸມ, ສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນ, ພະນັກງານ 3 ຮຸ່ນຢ່າງຕໍ່ເນື່ອງ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດທີ່ຖືກຕ້ອງ, ພ້ອມທັງ ເອົາ ໃຈໃສ່ນໍາພາກົມກອ ງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງມີຄວາມສະຫງົບ, ສ້າງ ແລະ ຮັກສາໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ. ຄຽງຄູ່ກັນນີ້, ກໍຕ້ອງເຊີດຊູຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຂົ້າໃຈປະຢັດມັດທະຍັດ, ຂຸດຄົ້ນທ່າແຮງບົ່ມຊ້ອນສ້າງລາຍໄດ້ຂອງກົມກອງ, ສ້າງເສດຖະກິດໃຫ້ຄອບຄົວ ໃຫ້ສົມກັບຄອບຄົວວັດທະນະທຳ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກ ງານ-ນັກຮົບ ນັບມື້ດີຂຶ້ນ.

ຂ່າວ: ລີຕ່າ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version