Home ຂ່າວໜ້າໜຶ່ງ ສພຊ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ

ສພຊ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ

0

ສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ໃນວັນທີ 26 ພຶດສະພາ 2025 ທີ່ ສພຊ ເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ຮອງປະທານຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ມີທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຍຍປາວເຮີ ກ່າວວ່າ ພາຍຫຼັງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ສະບັບເລກທີ 15/ກມສພ ລົງວັນທີ 22 ພຶດສະພາ 2024 ເຊິ່ງຄະນະກຳມະການລະດັບຊາດກໍໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດວຽກງານການປັບປຸງລັດຖະທຳມະນູນດ້ວຍຄວາມຮັບຜິດຊອບສູງ ໂດຍເລີ່ມຈາກການວາງແຜນວຽກ ແຜນດໍາເນີນງານ ການຂຶ້ນແຜນງົບປະມານ ການແບ່ງງານພາຍໃນ ການຈັດຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ ການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າ ປັບປຸງຮ່າງລັດຖະທໍາມະນູນ ແລະ ຂໍທິດຊີ້ນໍາຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ຈາກຄະນະບໍລິຫານງານສູນກາງພັກເຮັດໃຫ້ວຽກງານປັບປຸງລັດຖະທຳມະນູນໄດ້ບັນລຸຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງຄາດໝາຍທີ່ວາງໄວ້ ສະແດງອອກໃນການລົງຄະແນນສຽງຂອງສະມາຊິກສະພາແຫ່ງຊາດຮັບຮອງເອົາລັດຖະທຳມະນູນ ສະບັບປີ 2025 ໃນກອງປະຊຸມສະ ໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ບັນລຸຜົນສູງເຖິງ 99,35% ຂອງຈຳນວນສະມາຊິກສະພາແຫ່ງຊາດທັງໝົດທີ່ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ສະພາແຫ່ງຊາດໄດ້ຜ່ານບົດສະຫຼຸດຕີລາຄາການເຄື່ອນໄຫວວຽກງານປັບປຸງປັບປຸງລັດຖະທຳມະນູນ ສະບັບ 2025 ໃຫ້ຮູ້ວ່າ ພາຍຫຼັງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2015 ສະບັບເລກທີ 15/ກມສພ ລົງວັນທີ 22 ພຶດສະພາ 2024 ຈາກນັ້ນພາກສວນຕ່າງໆໂດຍແມ່ນທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເປັນປະທານຄະນະກຳມະການລະດັບຊາດປັບປຸງລັດຖະທະມະນູນສະບັບປີ 2015 ຄະນະກຳມະການລະດັບຊາດກໍໄດ້ເຄື່ອນໄຫວວຽກງານຢ່າງມີຈຸດສຸມ ໂດຍມີການຈັດກອງປະຊຸມຂັ້ນຕ່າງໆໃນຂອບເຂດທົ່ວປະເທດເຮັດໃຫ້ການປັບປຸງລັດຖະທຳມິນູນຄັ້ງນີ້ມີຜົນສຳເລັດ ຜ່ານການເຮັດວຽກຂອງຄະນະກຳມະການທຸກຂັ້ນຈົນເຮັດໃຫ້ລັດຖະທຳມະນູນ ສະບັບປັບປຸງປີ 2025 ໄດ້ຖືກຮັບຮອງໃນວັນທີ 20 ມີນາ ແລະ ປະກາດໃຊ້ໃນວັນທີ 22 ມີນາ 2025 ໂດຍລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version