Home ຂ່າວກິລາ ນັກເຕັ້ນລາວກຽມຕົວ ຄັ້ງປະຫວັດສາດ ກິລາເຕັ້ນ ຖືກຈັດແຂ່ງຂັນໃນກີລາແຫ່ງຊາດ 2025 ມີຊີງຫຼຽນຄໍາ

ນັກເຕັ້ນລາວກຽມຕົວ ຄັ້ງປະຫວັດສາດ ກິລາເຕັ້ນ ຖືກຈັດແຂ່ງຂັນໃນກີລາແຫ່ງຊາດ 2025 ມີຊີງຫຼຽນຄໍາ

0

ກາຍເປັນໜ້າປະຫວັດສາດຂອງວົງການກິລາເຕັ້ນ ແລະ ນັກເຕັ້ນລາວ ພາຍຫຼັງສູ້ຊົນ ແລະ ສ້າງຜົນງານຫຼາຍກວ່າ 2 ປີ ພາຍຫຼັງໄດ້ຮັບການປະກາດສ້າງຕັ້ງສະຫະພັນກິລາເຕັ້ນແຫ່ງຊາດລາວ ຫຼື ສກຕລ, ຄະນະບໍລິຫານງານ ໄດ້ສູ້ຊົນ, ນຳສະເໜີສາທິດ ແລະ ສ້າງຜົນງານຫຼາກຫຼາຍ ໃນຊຸມປີຜ່ານມາ.

ພາຍຫຼັງຜ່ານກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ຕົກລົງເຫັນດີ ຕາມມະຕິຂອງກອງປະຊຸມລະດັບຊາດ ໃນການຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 13 ພຶດສະພາ 2025 ທີ່ຜ່ານມາ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການຈັດການແຂ່ງຂັນ 34 ປະເພດກິລາ ໃນວັນທີ 23 ພຶດສະພາ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version