ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ທ່ານ ທອງສະຫວັນ ພົມວິຫານ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ລາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-23 ພຶດສະພາ 2025, ເພື່ອແນະນໍາຕົວພາຍຫຼັງໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2024 ຜ່ານມາ. ພ້ອມທັງ ເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.

ໃນວັນທີ 23 ພຶດສະພາ 2025, ທີ່ ກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ. ໃນໂອກາດນີ້, ສອງຝ່າຍໄດ້ປຶກ ສາຫາລື ກ່ຽວກັບ ການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ ໃນດ້ານການເມືອງ-ຄວາມໝັ້ນຄົງ ໂດຍສະ ເພາະ ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈລະກໍາທາງອິນເຕີເນັດ (Call Centre) ໂດຍເຫັນດີມອບໃຫ້ ກົນໄກການຮ່ວມມືທີ່ມີ ເປັນຕົ້ນແມ່ນ ຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນທົ່ວໄປ ລາວ-ໄທ ຫຼື (GBC) ແລະ ກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທ ແລະ ກົນໄກອື່ນໆ ສືບຕໍ່ເພີ່ມທະວີໃນການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນຢ່າງໃກ້ຊິດ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດນ້ອຍຖອຍລົງ. ພ້ອມນີ້, ຍັງໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ຂໍ້ຕົກລົງຕ່າງໆທີ່ການນໍາຂັ້ນສູງຂອງສອງປະເທດ ໄດ້ຕົກລົງຮ່ວມກັນໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ວ່າດ້ວຍຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ປີ 2022-2026, ບັນດາໂຄງການຮ່ວມມືທີ່ນອນຢູ່ໃນແຜນປະຕິບັດງານດັ່ງກ່າວ ທີ່ໄດ້ຮັບຈັດຕັ້ງປະຕິບັດສໍາເລັດແລ້ວ ປະກອບມີ ການປັບປຸງທາງເລກ 11 (ນໍ້າສັງ-ຄົກເຂົ້າດໍ), ທາງລົດໄຟ ລາວ-ໄທ ໄລຍະ 2 (ທ່ານາແລ້ງ-ຄໍາສະຫວາດ) ແລະ ໂຄງການທີ່ກໍາລັງດໍາເນີນການຈັດຕັ້ງປະຕິບັດແມ່ນ ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ5 (ບໍລິຄໍາໄຊ-ບຶງການ), ການຍົກລະດັບທາງຫຼວງແຫ່ງຊາດເລກ 12 (ທ່າແຂກ-ດ່ານນາເພົ້າ), ຂົວຊຽງແມນ-ຫຼວງພະບາງ, ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 6 (ສາລະວັນ-ອຸບົນຣາຊະທານີ) ແລະ ອື່ນໆ, ຊຶ່ງບັນດາໂຄງການຮ່ວມມືດັ່ງກ່າວ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຮ່ວມກັນ ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆຮ່ວມກັນເປັນປົກກະຕິ ເພື່ອສ້າງພື້ນຖານອັນດີໃຫ້ແກ່ການພົວພັນ ແລະ ຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ຄວາມໝັ້ນຄົງ ກໍ່ຄືການຮ່ວມມືເພື່ອການພັດທະນາ. ພິເສດ, ປີ 2025 ນີ້ ເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ສອງຝ່າຍ ໄດ້ເຫັນດີຮ່ວມກັນ ຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເປັນຕົ້ນແມ່ນ ການຈັດງານບຸນຜ້າປ່າສາມັກຄີ ຈາກ ວັດອົງຕື້ວໍຣະວິຫານ ສປປ ລາວ ເພື່ອນໍາໄປຖອດຖວາຍ ທີ່ ວັດສີນວນ, ອໍາເພີເມືອງ, ຈັງຫວັດຂອນແກ່ນ, ສະໜອງທຶນການສຶກສາ ຈໍານວນ 75 ທຶນໃຫ້ແກ່ ສປປ ລາວ, ສະໜອງເຄື່ອງກໍາເນີດໄຟຟ້າໃຫ້ແກ່ຊາວກະສິກອນ ປູກຊາ ແລະ ກາເຟ ທີ່ ເມືອງເມິງ, ແຂວງບໍ່ແກ້ວ, ການຈັດງານສໍາມະນາວິຊາການ, ຈັດປາຖະກະຖາ, ກິດຈະກໍາກິລາມິດຕະພາບ ລະຫວ່າງ ກະຊວງການຕ່າງປະເທດລາວ ແລະ ສະຖານທູດໄທ, ການຈັດພິທີເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ແລະ ອື່ນໆ. ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເຊື້ອເຊີນ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເດີນທາງຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະປະຊຸມ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 12 (JBC) ທີ່ ນະຄອນຫຼວງວຽງຈັນ.
ໃນຂະນະດຽວກັນ, ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້, ຊຶ່ງເປັນຂີດໝາຍສໍາຄັນ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ໄທ-ລາວ ໃນປີ 2025 ນີ້ ແລະ ເຫັນດີຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະປະຊຸມ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 12 (JBC) ຊຶ່ງຈະຈັດຂຶ້ນໃນທ້າຍປີ 2025 ນີ້ ທີ່ ນະຄອນຫຼວງວຽງຈັນ.
ການເດີນທາງຢ້ຽມຢາມ ລາຊະອາຈາຈັກໄທ ຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ຢ້ຽມຊົມ ແລະ ນະມັດສະການ ພະທາດສີສອງຮັກ ທີ່ ອໍາເພີດ່ານຊ້າຍ, ຈັງຫວັດເລີຍ ແລະ ທັດສະນະສຶກສາ ທີ່ສູນສຶກສາພັດທະນາຫ້ວຍຮ່ອງໄຄ້ ທີ່ອໍາເພີດອຍສະເກັດຈັງຫວັດຊຽງໃໝ່, ຊຶ່ງເປັນສູນຕົ້ນແບບດ້ານການພັດທະນາແຫຼ່ງນໍ້າ ເພື່ອສະໜັບສະໜູນການພັດທະນາດ້ານຕ່າງໆ ທັງເປັນສູນຕົ້ນແບບດ້ານການຮ່ວມມືເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແລະ ຢ້ຽມຢາມສວນພຶກສາສາດ. ນອກຈາກນີ້, ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພິຣະພັນ ສາລີຣັດຖະວິພາກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງ ລາຊະອານາຈັກໄທ