Home ຂ່າວໜ້າໜຶ່ງ ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

0

ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາລາວ ໄດ້ຈັດໃຫ້ມີພິທີໂຮມຊຸມນຸມສວນສະໜາມ ສະເຫຼີມສະຫຼອງວັນຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2 /9/1945 – 2/9 /2025) ຜ່ານທາງອອນລາຍ ໃນວັນທີ 2 ກັນຍານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.

ເປັນກຽດໃນພິທີມີ ສະຫາຍ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອງນາຍົກລັດຖະມົນຕີ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສູນທອນ ໄຊຍະຈັກຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍນັກຮຽນ-ນັກສຶກສາປັນຍາຊົນທັງລາວ-ຫວຽດນາມ ເຂົ້າຮ່ວມ.

ສະຫາຍ ຟາມ ມິ່ງ ຈ້ຽນ ອຸປະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຈຸດປະສົງການເຕົ້າໂຮມໃນມື້ນີ້ ເພື່ອຊົມລາຍການຖ່າຍທອດສົດ ພິທີສວນສະໜາມ ສະເຫຼີມສະຫຼອງວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ນະຄອນຫຼວງຮ່າໂນ້ຍ, ເພື່ອຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ, ຢາກໃຫ້ປວງຊົນລາວ-ຫວຽດນາມ ໄດ້ຫວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຊາດຫວຽດນາມ.

ໃນເມື່ອກ່ອນ ວັນທີ 2/9/1945 ທີ່ສະໜາມຫຼວງ ນະຄອນຫຼວງຮ່າໂນ້ຍ ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ມູນເຊື້ອການປະຕິວັດຂອງປະຊາຊົນຫວຽດນາມ ພາຍໃຕ້ການນໍາຂອງພັກກອມມູນິດອິນດູຈີນ.

ໃນພິທີ ນອກຈາກຮັບຊົມ ການເດີນສວນສະໜາມແລ້ວ ຍັງໄດ້ຊົມງານວາງສະແດງຮູບພາບ ຈໍານວນ 80 ພາບ ຊຶ່ງສະແດງໃຫ້ເຫັນເຖິງບັນດາຜົນງານ ຂອງປະເທດວຽດນາມ ໃນຕະຫຼອດໄລຍະ 80 ປີ ແຫ່ງການສ້າງສາພັດທະນາ ສສ ຫວຽດນາມ, ບັນດາຮູບພາບດັ່ງກ່າວ ໄດ້ພັນລະນາສາຍພົວພັນພິເສດ ລະຫວ່າງ ຫວຽດ-ລາວ, ນັບແຕ່ໄດ້ຮັບການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນ ຈົນ ຮອດປັດຈຸບັນ ໂດຍສະເພາະ ແມ່ນບັນດາຜົນງານທີ່ຍາດມາໄດ້ ໃນໄລຍະທີ່ ສອງຊາດ ຫວຽດ-ລາວ ຕໍ່ສູ້ຄຽງບ່າຄຽງໄຫຼ່ ຕ້ານສັດຕູໂຕດຽວກັນ ກໍຄື ໄລຍະຮ່ວມມືກັນ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສອງປະເທດຫວຽດ-ລາວ ຈົນເຖິງປັດຈຸບັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version