Home ຂ່າວໜ້າໜຶ່ງ ພັກປະຊາຊົນ ປະຕິວັດລາວ ແລະ ພັກຣັດເຊຍ ເອກະພາບສືບຕໍ່ຮັດແໜ້ນການຮ່ວມມື

ພັກປະຊາຊົນ ປະຕິວັດລາວ ແລະ ພັກຣັດເຊຍ ເອກະພາບສືບຕໍ່ຮັດແໜ້ນການຮ່ວມມື

0

ເນື່ອງໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ນໍາໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ຜູ້ຕາງໜ້າພິເສດຂອງປະທານປະເທດແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ ໄຊຊະນະທີ່ຍິ່ງໃຫຍ່ ຂອງປະຊາຊົນໂຊວຽດກໍຄືປະຊາຊົນຣັດເຊຍໃນສົງຄາມປ້ອງກັນປິຕິພູມຄົບຮອບ 80 ປີ; ໃນວັນທີ 8 ພຶດສະພາ 2025, ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຮັບການຕ້ອນຮັບ ແລະ ພົບປະກັບ ສະຫາຍ ອັນເດຣຄຣີິມົບ ກໍາມະການກົມການເມືອງຂອງສະພາສູງສຸດຂອງພັກຣັດເຊຍ ເອກະພາບຮອງປະທານຄະນະກໍາມາທິການຕ່າງປະເທດຂອງສະ ພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະຫຼຸບຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືລະຫວ່າງພັກປະຊາຊົນລາວ ແລະ ພັກຣັດເຊຍເອກະພາບ ໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍການເປີດກ້ວາງ ແລະ ລົງເລິກ ການຮ່ວມມືຮອບດ້ານໃນສົກປີ 2023-2025. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບແຜນງານ ການເຄື່ອນໄຫວຂອງສອງພັກໃນຕໍ່ໜ້າ ແລະ ໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ລົງນາມ ຮ່ວມກັນກັບຄູ່ຮ່ວມຕໍາແໜ່ງຂອງພັກຣັດເຊຍເອກະພາບ ໃນອະນຸສັນຍາວ່າດ້ວຍການເປີດກວ້າງ ແລະ ລົງເລິກການຮ່ວມ ມືລະຫວ່າງພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ໃນສົກປີ 2025-2027 ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ການການ ເຄື່ອນໄຫວຮ່ວມມື ລະຫວ່າງ ສອງພັກ ໃນລະຍະ 3 ປີ ໃນຕໍ່ໜ້າ.

(ຂ່າວ-ພາບ: ຄຕພ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version