ນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ເກມ ເພື່ອກຽມຄວາມພ້ອມຈະຈັດສອງງານດັ່ງກ່າວ ໃນທ້າຍປີ 2025 ຊຶ່ງກອງປະຊຸມດັ່ງກ່າວ ກໍໄດ້ມີການຄົ້ນຄວ້າຫຼາຍໜ້າວຽກ ໂດຍສະເພາະແມ່ນ ໂລໂກ້, ສັດນຳໂຊກ, ຫຼຽນລາງວັນ, ເນື້ອໃນ ຄຳຂວັນປະຈຳງານ, ຮອງຮັບກິລາແຂ່ງຂັນ ເບື້ອງຕົ້ນມີ 30 ກວ່າປະເພດກິລາ ລວມທັງສະຖານທີ່ແຂ່ງຂັນ, ທີ່ພັກນັກກິລາ ແລະ ອື່ນໆ.
ກອງປະຊມຄັ້ງນີ້ ໄດ້ໄຂຂຶ້ນ ໃນວັນທີ 13 ພຶດສະພາ 2025 ທີ່ຫ້ອງປະຊຸມທັນສະໄໝ ຊັ້ນ 1, ສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫາກໍາກິລາ ແຫ່ງຊາດ ຄັ້ງທີ XII, ມີບັນດາຮອງລັດຖະມົນຕີຈາກກະຊວງຕ່າງໆ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ບັນດາກຳມະການຝ່າຍຕ່າງໆ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ປອ. ອາດສະພັງທອງ ສີພັນດອນ ກໍໄດ້ສະເໜີໃຫ້ກໍາມະການຝ່າຍຕ່າງໆໄດ້ກະກຽມແຜນດໍາເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ, ກໍາມະການເສດຖະກິດ ແລະ ລະດົມທຶນ, ກໍາມະການພິທີການເປີດປິດ ທີ່ຕ້ອງໄດ້ວາງແຜນວຽກຂອງຕົນ ໃນການຈັດຕັ້ງປະຕິບັດ ແລະ ກໍາມະການກອງເລຂາທີ່ເປັນຜູ້ສັງລວມ ແລະ ຊຸກຍູ້ກໍາມະການຝ່າຍຕ່າງໆ. ຫຼັງຈາກນັ້ນ, ທ່ານເຈົ້າຄອງ ນວ ກໍຍັງຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບເຂົ້າໃນການຄົ້ນຄວ້າປຶກສາຫາລືແຕ່ລະບັນຫາໃຫ້ຈະແຈ້ງ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດຈະແຈ້ງ ເພື່ອເຮັດໃຫ້ການກະກຽມຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ດໍາເນີນໄປດ້ວຍດີ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ ສົງການ ພັນແພງດີ