Home ຂ່າວໜ້າໜຶ່ງ ສະຫລອງຜົນສໍາເລັດໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ

ສະຫລອງຜົນສໍາເລັດໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ

0

ພິທີສະເຫລີມສະຫລອງຜົນສໍາເລັດ “ໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ” (2019-2025) ລະຫວ່າງ ມູນນິທິຊ່ວຍເຫລືອເຊິ່ງກັນ ແລະ ກັນ (GX FOUNDATION) ຮົງກົງ ສປ ຈີນ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ເລືອງ ເຈີນຢິງ ຮອງປະທານສະພາທີ່ປຶກສາການເມືອງແຫ່ງຊາດຈີນ, ປະທານມູນນິທິຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງມູນນິທິຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ໃນການຊ່ວຍເຫລືອການຜ່າຕັດແກ່ນຕາຂຸ້ນໃຫ້ປະຊາຊົນລາວ ເປັນຈຳນວນທັງໝົດ 5.768 ກໍລະນີ, ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນແຕ່ປີ 2019-2025 ໂດຍການເຊັນບົດບັນທຶກລະຫວ່າງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ມູນນິທິຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໂຄງການດັ່ງກ່າວ, ເປັນການຊ່ວຍ ເຫລືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ໃນການເບິ່ງເຫັນ ຂອງຜູ້ທີ່ມີບັນຫາດ້ານສາຍຕາ.

ການຊ່ວຍເຫລືອໃນຄັ້ງນີ້, ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເຜື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄື ອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນມູນນິທິຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ທັງເປັນການສະແດງເຖິງການ ເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນ ເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຖດຍສະເພາະ ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version