Home ຂ່າວໜ້າໜຶ່ງ ການຊ້ອມໃຫຍ່ ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຢູ່ສະໜາມແດງ, ນະຄອນຫລວງມົດສະກູ

ການຊ້ອມໃຫຍ່ ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຢູ່ສະໜາມແດງ, ນະຄອນຫລວງມົດສະກູ

0

ຕອນເຊົ້າ ວັນທີ 7 ພຶດສະພາ 2025 ຜ່ານມາ, ກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິຫານກອງທັບ, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວພ້ອມຄະນະ ໄດ້ນຳພາກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຂົ້າຮ່ວມການຊ້ອມປະສານໃຫຍ່ກັບທຸກພາກສ່ວນ ທີ່ເຂົ້າຮ່ວມພິທີສະເຫລີມສະຫລອງວັນໄຊຊະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້ ທີ່ສະໜາມແດງນະຄອນຫລວງມົດສະກູ ສ ຣັດເຊຍ ໃນທ່າມກາງບັນຍາກາດຟົດຟື້ນທີ່ມີປວງຊົນຊາວ ຣັດເຊຍ ຈຳນວນຫລວງຫລາຍ ເຂົ້າຮັບຊົມການເດີນສວນສະໜາມຂອງບັນດາກ້ອນກຳລັງ.

ທັງນີ້, ກໍເພື່ອເປັນການເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ມີຄວາມຊິນເຄີຍກັບທຸກສະພາບການຂອງສະໜາມຕົວຈິງ, ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເດີນສວນສະໜາມໃຫ້ເປັນເອກະພາບ, ທຸກການເຄື່ອນໄຫວໃນການເຂົ້າຮ່ວມໃນພິທີສະເຫລີມສະຫລອງດັ່ງກ່າວ ໃຫ້ມີຄຸນະພາບ ແລະ ໄດ້ຮັບໝາກຜົນສູງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version