Home ຂ່າວຕ່າງປະເທດ ທ່ານ ສີຈິ້ນຜິງ ເດີນທາງຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ

ທ່ານ ສີຈິ້ນຜິງ ເດີນທາງຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ

0

ຂ່າວສານຊີອາໄອ ລາຍງານໃນວັນທີ 8 ພຶດສະພາ ນີ້ວ່າ: ໃນວັນທີ 7 ພຶດສະພາ ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງຮອດສະໜາມບິນວະນຸໂກໂວ ນະຄອນຫຼວງມົສກູ ປະເທດຣັດເຊຍ ແລະ ແຈກຢາຍໃບປາໄສໃຫ້ສື່ມວນຊົນຢູ່ສະໜາມບິນ ໂດຍກ່າວວ່າ: ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເດີນທາງມາຢ້ຽມຢາມຣັດເຊຍທາງລັດຖະກິດ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດຄົບຮອບ 80 ປີ ຕາມຄຳເຊີນຂອງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ. ເມື່ອເດີນທາງມາເຖິງຣັດເຊຍທີ່ມີໄມຕີຈິດມິດຕະພາບ, ຂ້າພະເຈົ້າຮູ້ສຶກມີຄວາມອົບອຸ່ນຫຼາຍ. ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ສົ່ງພອນໄຊອັນປະເສີດມາຍັງລັດຖະບານ ແລະ ປະຊາຊົນຣັດເຊຍ.

ຈີນ ແລະ ຣັດ ເຊຍເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ທຸກສຸກຮ່ວມກັນ, ທັງເປັນຄູ່ຮ່ວມທີ່ດີ ແລະ ຊ່ວຍຊູຍູ້ໜູນກັນ. ສອງຝ່າຍໄດ້ຄົ້ນພົບເສັ້ນທາງທີ່ປະຕິບັດຕໍ່ກັນຢ່າງຖືກຕ້ອງໃນຖານະເປັນປະເທດໃຫຍ່ທີ່ຢູ່ໃກ້ຄຽງກັນຢ່າງສຳເລັດຜົນ. ສາຍພົວພັນລະຫວ່າງຈີນ ແລະ ຣັດເຊຍທີ່ເອກະລາດ ເປັນເຈົ້າຕົນເອງ ສົມບູນ ແລະ ໝັ້ນໜຽວບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງແກ່ປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງທາງຍຸດທະສາດຂອງໂລກ, ຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວຢ່າງສະເໝີພາບ ແລະ ເປັນລະບຽບ.

ປີນີ້ແມ່ນປີທີ່ສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະ ຄົບຮອບ 80 ປີ, ຈີນ ແລະ ຣັດເຊຍຈະຮ່ວມກັນປົກປັກຮັກສາຜົນແຫ່ງໄຊຊະນະໃນສົງຄາມໂລກຄັ້ງທີ 2, ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ຄວາມເປັນລະບຽບໃນສາກົນທີ່ຖືເອົາກົດໝາຍສາກົນເປັນພື້ນຖານຢ່າງເດັດຂາດ, ຊຸກຍູ້ການສ້າງລະບົບການບໍລິຫານໂລກທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version