ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ທາງລັດຖະກິດ ກາຊັກສະຖານ, ຕາມຄຳເຊີນ ຂອງທ່ານ Kassym-Jomart Tokayev ປະທານາທິບໍດີບໍ ກາຊັກສະຖານ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 6 ພຶດສະພາ ຢູ່ທຳນຽບ ປະທານາທິບໍດີ Akorda ຢູ່ນະຄອນ Astana. ໂດຍທັງ2 ຝ່າຍ ໄດ້ເຫັນດີ ຍົກລະດັບ ການພົວພັນ ຫວຽດນາມ – ກາຊັກສະຖານ ຂຶ້ນເປັນ ຄູ່ຮ່ວມມື ຍຸດທະສາດ, ສ້າງຂອບເຂດ ການພົວພັນໃໝ່ ຈະປະກອບສ່ວນ ຮັດແໜ້ນ ການເຊື່ອມຕໍ່ 5 ປະການ ລະຫວ່າງ ສອງ ປະເທດໃນປະຈຸບັນ, ໃນນັ້ນມີ: ການເຊື່ອມຕໍ່ ປະຊາຊົນ, ການເຊື່ອມຕໍ່ ເສດຖະກິດ, ການເຊື່ອມຕໍ່ນະໂຍບາຍ, ການເຊື່ອມຕໍ່ຄົມມະນາຄົມ ແລະ ການເຊື່ອມຕໍ່ ລະຫວ່າງ ພາກພື້ນ.

ພ້ອມທັງ ສືບຕໍ່ ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ລະຫວ່າງ 2 ປະເທດ; ສືບຕໍ່ຊຸກຍູ້ ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຊຸກຍູ້ການຮ່ວມມື ດ້ານອຸດສາຫະກຳ ປ້ອງກັນຊາດ-ເຕັກນິກ ການທະຫານ, ເຫັນດີ ປະຕິບັດ ແຜນການສົມທົບກັນ ຊຸກຍູ້ການຮ່ວມມື ດ້ານເສດຖະກິດ-ການຄ້າໄລຍະ 2023-2025, ສ້າງການກຳນົດທິດ ຮອດປີ 2030, ສູ້ຊົນ ເຮັດໃຫ້ວົງເງິນການຄ້າ ສອງຝ່າຍ ຂຶ້ນເຖິງ 5 ຕື້ໂດລາ ສະຫະລັດໃນປີ 2030.ທ່ານ ເລຂາທິການໃຫຍ່ ໂຕເລີມ ໄດ້ສະເໜີ ໃຫ້ຝ່າຍ ກາຊັກສະຖານ ຊຸກຍູ້ການສ້າງຕັ້ງ ອົງການຜູ້ຕາງໜ້າການຄ້າ ຫວຽດນາມ ຢູ່ ກາຊັກສະຖານ, ສະພາວິສາຫະກິດ ຫວຽດນາມ-ກາຊັກສະຖານ ເພື່ອແນໃສ່ ເພີ່ມທະວີ ການຊຸກຍູ້ ການຄ້າ, ການລົງທຶນ, ການພົວພັນ ຮ່ວມມື ລະຫວ່າງ 2 ປະເທດ.ພາຍຫລັງ ການເຈລະຈາ, ທ່ານ ປະທານາທິບໍດີ Kassym-Jomart Tokaev ໄດ້ມອບຫລຽນໄຊ ມິດຕະພາບ Dostyk ຊັ້ນ 1 ໃຫ້ ທ່ານ ເລຂາທິການໃຫຍ່ ໂຕເລີມ. ການນຳທັງ ສອງປະເທດ ເຂົ້າຮ່ວມ ເປັນສັກຂີພິຍານ ພິທີລົງນາມ ໃນເອກະສານ ຮ່ວມມື ໃນຂົງເຂດ ຍຸຕິທຳ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານ, ການບິນ, ວັດທະນະທຳ-ກິລາ, ສື່ມວນຊົນ. ຈາກນັ້ນ ທັງ2 ຝ່າຍ ໄດ້ຮັບຮອງເອົາ ຖະແຫລງການຮ່ວມ ກ່ຽວກັບ ການສ້າງຕັ້ງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຫວຽດນາມ-ກາຊັກສະຖານ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ